ໃນວັນທີ 29 ກໍລະກົດ 2020, ສານຂັ້ນຕົ້ນນະຄອນຫຼວງວຽງຈັນ ໄດ້ຕັດສິນປະຫານຊີວິດ ທ້າວ ເດດອັກສອນ ອາຍຸ 50 ປີ ຢູ່ບ້ານໃຫຍ່ ຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນສະຖານການຄ້າຂາຍຢາເສບຕິດ ປະເພດເຮໂຣອິນ ຈຳນວນ 161 ແທ່ງ, ນ້ຳໜັກ 161 ກິໂລກຼາມ.

ການກະທຳຂອງ ທ້າວ ເດດອັກສອນ (ຈຳເລີຍ) ເປັນການກະທຳຜິດກົດໝາຍອາຍາ ສະບັບປັບປຸງປີ 2017 ມາດຕາ 146 ທີ່ໄດ້ລະບຸໂທດຢ່າງລະອຽດໄວ້ວ່າ: “ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນຳເຂົ້າຢາອີ, ຢາບ້າ, ຢາໄອສ໌ (Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ ສປປ ລາວ ນໍ້າໜັກເກີນກວ່າ 3 ກິໂລກຼາມ ຈະຖືກລົງປະຫານຊີວິດ”.

ນອກນີ້, ໃນມາດຕາ 146 ໄດ້ລະບຸໂທດກ່ຽວກັບຢາເສບຕິດ ດັ່ງນີ້: “ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນຳຢາອິ, ຢາບ້າ, ຢາໄອສ໌ (Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສປປ ລາວ ຕໍ່າກ່ວາ 100 ກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ 5-10 ປີ ແລະ ຈະຖືກປັບໃໝແຕ່ 10.000.000-100.000.000 ກີບ; 100-500 ກຼາມ ຈະຖືກ ລົງໂທດຕັດອິດສະລະພາບແຕ່ 10-15 ປີ ຈະຖືກປັບໃໝແຕ່ 100.000.000-500.000.000 ກີບ ແລະ ເກີນກວ່າ 500 ກຼາມ ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ຈະຖືກປັບໃໝ 500.000.000-1.000.000.000 ກີບ”.

ສຳນວນຄະດີຂອງຈຳເລີຍ ມີຢູ່ວ່າ: ໃນວັນທີ 16 ກັນຍາ 2018, ທ້າວ ຄົງ ອາຍຸ 35 ປີ ຢູ່ບ້ານຂອນແກ້ວ ເມືອງຫ້ວຍຊາຍ ຂັບຂີ່ລົດຈັກມາຫາຈຳເລີຍຢູ່ເຮືອນ ແລ້ວເວົ້າວ່າ ທ້າວ ປໍຊົງ ຕ້ອງການຊື້ຢາເຮໂຣອິນຈໍານວນຫຼາຍ. ຈໍາເລີຍໄດ້ໂທລະສັບຫາ ທ້າວ ໄມແສງ ອາຍຸປະມານ 37 ປີ ຢູ່ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລ້ວເວົ້າເລື່ອງທີ່ ທ້າວ ຄົງ ເລົ່າໃຫ້ຟັງ; ທ້າວ ໄມແສງ ຈຶ່ງຕອບວ່າມີ. ຈາກນັ້ນ, ທ້າວ ຄົງ ແລະ ທ້າວ ໄມແສງ ໄດ້ລົມກັນທາງໂທລະສັບກ່ຽວກັບການຊື້-ຂາຍຢາເສບຕິດ. ໃນວັນທີ 22 ກັນຍາ, ທ້າວ ຄົງໄດ້ມາຫາຈຳເລີຍ ເພື່ອລາຍງານໃຫ້ຊາບວ່າ ທ້າວ ປໍຊົງ ໄດ້ເດີ່ນທາງເຂົ້າມາປະເທດລາວແລ້ວ; ຈໍາເລີຍກໍໄດ້ລາຍງານ ທ້າວ ໄມແສງ ເພື່ອກະກຽມຕົວຢ່າງຢາເຮໂຣອິນໄປໃຫ້ເຖົ້າແກ່ເບິ່ງ. ມື້ຕໍ່ມາ, ທ້າວ ໄມແສງ ໄດ້ຂັບຂີ່ລົດກະບະໂຕໂຍຕ້າວີໂກ້ ສີປອນທອງ ບໍ່ຈື່ໝາາຍເລກທະບຽນເອົາຢາເຣໂຣອິນ 1 ແທ່ງ ໃຫ້ຈຳເລີຍໄປໃຫ້ເຖົ້າແກ່ເບິ່ງເປັນຕົວຢ່າງ. ມື້ຕໍ່ມາ, ຈຳເລີຍ ແລະ ທ້າວ ຄົງ ພາກັນຂີ່ລົດຈິບໂຕໂຍຕ້າຟໍຈູນເນີສີດໍາ ໝາຍເລກທະບຽນ ກຈ 8251 ກໍາແພງນະຄອນ ພ້ອມກັບຢາເສບຕິດໄປຫາເຖົ້າແກ່ ຢູ່ລີສອດແຫ່ງໜຶ່ງຢູ່ບ້ານຕີນຫາດ ເມືອງຫ້ວຍຊາຍ. ເມື່ອເບິ່ງຕົວຢ່າງກັນແລ້ວ, ໄດ້ຕົກລົງຊື້ ຈຳນວນ 160 ແທ່ງ.

ເມື່ອມາຮອດມື້ນັດຊື້-ຂາຍ, ວັນທີ 25 ກັນຍາ, ທ້າວ ຄົງ ຂັບຂີ່ລົດຈັກ ແລະ ທ້າວ ໄມແສງ ກໍຂັບຂີ່ລົດກະບະສີປອນທອງດັ່ງກ່າວ ເຂົ້າມາຫາຈຳເລີຍຢູ່ເຮືອນ. ເມື່ອມາຮອດ, ກໍພາກັນຂົນຢາເຮໂຣອິນລົງລົດ ທ້າວ ໄມແສງ ໄປໄວ້ຢູ່ຫ້ອງນອນຂອງຈຳເລີຍ ແລະ ທ້າວ ໄມແສງ ໄດ້ເວົ້າກັບຈຳເລີຍວ່າ ຖ້າຂາຍເຮໂຣອິນສໍາເລັດຈະໃຫ້ຄ່າຈ້າງ 200.000 ບາດ. ເວລາຜ່ານໄປຮອດປະມານ 10:00 ໂມງ, ຈໍາເລີຍໄດ້ຂັບລົດໄປ ຮັບເອົາເຖົ້າແກ່ຢູ່ເຮືອນພັກ ເພື່ອມາເບິ່ງເຮໂຣອິນຢູ່ເຮືອນ; ແລ້ວຂັບຂີ່ລົດພາເຖົ້າແກ່ກັບຄືນເຮືອນພັກ. ທັນທີທີ່ໄປຮອດເຮືອນພັກ ກໍຖືກເຈົ້າໜ້າທີ່ຈັບຕົວ ພ້ອມຂອງກາງເຮໂຣອິນ ຈໍານວນ 1 ແທ່ງ ກ່ອນສືບຕໍ່ເຂົ້າກວດຄົ້ນເຮືອນຂອງຈຳເລີຍ ແລະ ພົບຂອງກາງຢາເຮໂຣອິນ ອີກ 160 ແທ່ງ ລວມເປັນ 161.