ກົມກໍ່ສ້າງກໍາລັັງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ຮ່ວມກັບອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງກຳລັງປະຈຳປີ 2021 ໃນວັນ ທີ 4 ສິງຫາ 2020 ຢູ່ສໍານັກງານອົງການຜູ້ຕາງໜ້າກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ ນະຄອນຫຼວງວຽງຈັນ, ຝ່າຍລາວນຳພາໂດຍ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫ່ຍການເມືອງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ຝ່າຍ ສສ ຫວຽດນາມ ນຳໂດຍ ພົຈວ ຮວາງກວ່າງ ເຮື້ອງ ຫົວໜ້າອົງການຜູ້ຕາງໜ້າກະຊວງຕຳຫຼວດ ສສ ຫວຽດນາມ ປະຈຳ ສປປ ລາວ, ມີຄະນະ, ພະນັກງານກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ກ່າວວ່າ: ກອງປະຊຸມແລກປ່ຽນບົດຮຽນຄັ້ງນີ້ ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ສປປ ລາວ ໃຫ້ເຕີບໃຫຍ່, ເຂັ້ມແຂງຮອບດ້ານກຽມພ້ອມປະຕິບັດໜ້າທີ່ການເມືອງຂອງພັກ-ລັດ ມອບໝາຍໃຫ້, ການກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ສປປ ລາວ ແມ່ນມີຄວາມຈຳເປັນທີ່ສຸດເຊິ່ງຍັງພົບຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນດ້ານທຶນຮອນໃນການກໍ່ສ້າງພື້ນຖານໂຄງລ່າງຍັງຈຳກັດ, ລະດັບຄວາມຮູ້-ຄວາມສາມາດຂອງພະນັກງານ-ນັກຮົບ ຍັງມີສະພາບຫຼຸດໂຕນກັນຫຼາຍ ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ວຽກງານວິຊາສະເພາະ, ອຸປະກອນຮັບໃຊ້ໃນການຄົ້ນຄວ້າຮ່ຳຮຽນຍັງຂາດເຂີນ. ຈາກສະພາບຄວາມຫຍຸ້ງຍາກຄືດັ່ງກ່າວ, ຈຶ່ງເຮັດໃຫ້ວຽກງານກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ບໍ່ສາມາດຕອບສະໜອງໄດ້ຢ່າງຄົບຖ້ວນ, ພຽງພໍກັບຄວາມຮຽກຮ້ອງຕ້ອງການໃນປັດຈຸບັນ, ດັ່ງ ນັ້ນ, ກອງປະຊຸມປະຈຳປີຂອງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ຈຶ່ງໄດ້ກຳນົດໜ້າທີ່ ແລະ ທິດທາງໂດຍສຸມໃສ່ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ຮັບປະກັນທາງດ້ານຈຳນວນພົນ ແລະ ຄຸນນະພາບ, ມີແນວຄິດການເມືອງໜັກແໜ້ນ, ມີຄວາມຮູ້, ຄວາມສາມາດລະດັບວິຊາສະເພາະທີ່ແນ່ນອນຢ່າງເປັນລະບົບຄົບຊຸດ ເພື່ອ ເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ມີປະສິດທິຜົນສູງ.

ກອງປະຊຸມ, ທັງສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບທຶນກໍ່ສ້າງ ແລະ ບຳລຸງໃຫ້ນາຍ ແລະ ພົນຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ຢູ່ ສສ ຫວຽດນາມ ສົກປີ 2021 ຄື: ທຶນກໍ່ສ້າງໄລຍະຍາວ ຈຳນວນ 200 ທຶນ ໃນນີ້, ມີທຶນປະລິນຍາຕີ 176 ທຶນ, ປະລິນຍາໂທ 20 ທຶນ ແລະ ປະລິນຍາເອກ 4 ທຶນ, ລວມມີວິຊາສະເພາະກໍ່ສ້າງກຳລັງໃນຂົງເຂດການເມືອງ, ວິຊາສະເພາະຕຳຫຼວດ, ວິຊາສະເພາະສະກັດກັ້ນ ແລະ ຕ້ານອັກຄີໄພ, ວິຊາສະເພາະກົດລັບ, ວິຊາສະເພາະສື່ສານ, ວິຊາສະເພາະສັນຕິບານ, ວິຊາສະເພາະການກໍ່ສ້າງທາງດ້ານວັດທະນາທຳ, ບຳລຸງວິຊາສະເພາະປ້ອງກັນຄວາມສະຫງົບ ແລະ ວິຊາສະເພາະກໍ່ສ້າງກຳລັງໃນຂົງເຂດສາຍປົກຄອງ. ປີ 2020 ນີ້, ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຮັບທຶນໄປບໍາລຸງ-ກໍ່ສ້າງ ນາຍ ແລະ ພົນຕໍາຫຼວດ ຢູ່ ສສ ຫວຽດນາມ ຈໍານວນ 283 ທຶນ, ມີຂະແໜງການ ກໍ່ສ້າງວິຊາສະເພາະໄລຍະຍາວ 123 ທຶນ ໃນນີ້, ມີປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.