ທ້າວ ຊຽງຄໍາດີ ອາຍຸ 32 ປີ, ບ້ານທ້ຽວ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ອອກໄປລ່າສັດກັບໝູ່ຢູ່ເຂດພູກຼາງຕິງ; ໃນຂະນະລ່າສັດຢູ່ນັ້ນ, ໄດ້ພົບເຫັນໝູປ່າ ຈຶ່ງຍົກປືນຍິງ 1 ບາດ. ແຕ່ພໍເຂົ້າໄປກວດເບິ່ງສະຖານທີ່ພົບເຫັນໝູ່ທີ່ໄປລ່າສັດນໍາກັນຖືກຍິງເສຍຊີວິດ.

ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງວຽງພູຄາ ໃຫ້ຮູ້ວ່າ: ໃນວັນທີ 2 ສິງຫາ 2020, ໄດ້ຮັບແຈ້ງມີປະຊາຊົນ ບ້ານທ້ຽວ ໄປລ່າສັດປ່າຍິງກັນເສຍຊີວິດ ຢູ່ພູກຼາງຕິງ; ຈຶ່ງໄດ້ກັກຕົວ ທ້າວ ຊຽງຄຳດີ ອາຍຸ 32 ປີ ຄົນບ້ານດຽວ ມາສອບສວນ ຜູ້ກ່ຽວໃຫ້ການວ່າ: ໃນເວລາປະມານ 16:00 ໂມງ ຂອງວັນທີ 1 ສິງຫາ 2020 ໄດ້ໄປຊອກລ່າສັດປ່າ ທ້າວ ຖາວອນ ອາຍຸ 31 ປີ ຄົນ ບ້ານດຽວ ຢູ່ເຂດພູກຼາງຕິງ ( ຫີນລົມ ) ພໍໄປຮອດຈຸດດັ່ງກ່າວ, ໄດ້ແຍກກັນໄປຄົນລະທາງໂດຍໃຊ້ເວລາພໍສົມຄວນຈຶ່ງໄດ້ເອົາຟານ 1 ໂຕ, ໝູປ່າ 3 ໂຕ ແລະ ຮອກ 2 ໂຕ ມາຮວມກັນ.

ມື້ຕໍ່ມາ, ເວລາປະມານ 5:00 ໂມງ ໄດ້ປຶກສາຫາລືກັນວ່າຈະກັບບ້ານແຕ່ ທ້າວ ຖາວອນ ພົບເຫັນຮອຍຕີນໝູປ່າຫຼາຍຍັງຢາກໄປເລາະຕໍ່ອີກ, ແຕ່ຕົນເອງໄດ້ຕອບວ່າປືນເກາະໄກບໍ່ແຕກແລ້ວ; ທ້າວ ຖາວອນ ຈຶ່ງເອົາປືນຂອງຜູ້ກ່ຽວມອບໃຫ້ທີ່ໄດ້ອັດໝື້ ແລະ ລູກໂດດ 2 ລູກ ໄວ້ກ່ອນໜ້ານັ້ນ. ຈາກນັ້ນ, ໄດ້ຕົກລົງກັນໂດຍໃຫ້ ທ້າວ ຖາວອນ ກັບໄປແຕ່ງກິນຢູ່ບ່ອນພັກເຊົາຖ້າ ສ່ວນຕົນແມ່ນມຸ່ງໜ້າເຂົ້າໄປໃນປ່າອີກຄັ້ງ.

ພໍມາຮອດຈຸດເກີດເຫດ ສັງເກດເຫັນເງົາຢູ່ຂອນໄມ້ທາງໜ້າປະມານ 15 ແມັດ ຄ້າຍຄືໝູປ່າ ຈຶ່ງໄດ້ຍົກປືນຂຶ້ນຍິງໃສ່ໜຶ່ງນັດ ແລະ ກໍເຂົ້າໄປກວດກາເບິ່ງຈຶ່ງພົບວ່າເປັນ ທ້າວ ຖາວອນ ນອນເສຍຊີວິດຖືກລູກປືນຍິງເຂົ້າຂະໝັບຫູເບື້ອງຊ້າຍ.
ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງວຽງພູຄາ ໄດ້ກັກຕົວທ້າວ ຊຽງຄຳດີ ຜູ້ຖືກຫາພ້ອມທັງໄດ້ຢຶດປືນແກັບທີ່ທັງ 2 ຄົນໃຊ້ເປັນອາວຸດລ່າເນື້ອໄວ້ເປັນຂອງກາງເພື່ອດຳເນີນຄະດີຕາມລະບຽບກົດໝາຍ.