ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ແຂວງວຽງຈັນ ໄດ້ກວດພົບລົດໂດຍສານທີ່ຂົນລົດຈັກມາແຕ່ນະຄອນຫຼວງວຽງຈັນ ເອກະສານບໍ່ຖືກຕ້ອງ, ຈຶ່ງໄດ້ກັກລົດຈັກໄວ້ກວດກາ. ຜ່ານການກວດກາ ຈຶ່ງຮູ້ວ່າ ລົດຈັກຄັນດັ່ງກ່າວຖືກຄົນຮ້າຍລັກ ແລະ ປະສານມອບຄືນເຈົ້າຂອງເດີມ.


ພັທ ຈັນທະໜອມ ສີທໍາມະວັນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນວັນ ທີ 19 ພຶດສະພາ 2020, ຕໍາຫຼວດຈະລາຈອນ ປະຈໍາປ້ອມນາກໍ່າ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ປະຕິບັດໜ້າທີ່ກວດກາການສັນຈອນ. ໃນນັ້ນ, ໄດ້ພົບເຫັນລົດໂດຍສານປະເພດລົດຮຸນໄດ ຄັນໜຶ່ງໄດ້ຂົນລົດຈັກຈໍານວນ 1 ຄັນ ພ້ອມຜູ້ໂດຍສານຈາກນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ ຈຶ່ງໄດ້ຂໍກວດກາເອກະສານລົດ ພົບວ່າ ລົດຈັກເອກະສານບໍ່ຖືກຕ້ອງ ຈຶ່ງໄດ້ກັກລົດຈັກໄວ້ຊົ່ວຄາວ ແລ້ວນຳຂຶ້ນມາຮັກສາໄວ້ຢູ່ພະແນກຈະລາຈອນ ເພື່ອກວດກາຄືນຄວາມຖືກຕ້ອງ.

ຮອດວັນທີ 8 ກໍລະກົດ 2020, ທ້າວ ກິດາລັກ ອາຍຸ 52 ປີ, ບ້ານໜອງແວງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ນຳບົດບັນທຶກຮັບແຈ້ງຄວາມລົດຈັກເສຍ ຄັ້ງວັນທີ 30 ມີນາ 2020 ແລະ ປຶ້ມທະບຽນລົດມາຢັ້ງຢືນ. ຜ່ານການກວດກາຂອງເຈົ້າໜ້າທີ່ແມ່ນຖືກຕ້ອງ ແລະ ວັນທີ 31ກໍລະກົດ 2020, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ຈຶ່ງໄດ້ນຳເອົາລົດຈັກຄັນດັ່ງກ່າວມາມອບຄືນໃຫ້ເຈົ້າຂອງເດີມ