ເຈົ້າໜ້າທີ່ສັດຕະວະແພດ, ເຈົ້າໜ້າທີ່ພາສີ, ອາຫານ ແລະ ຢາ ປະຈຳດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ຮ່ວມກັບ ບໍລິສັດ ອາລິສາ ການຄ້າຂາອອກ-ຂາເຂົ້າ ຈຳກັດ ເຂົ້າກວດສິນຄ້າຢູ່ລົດບັນທຸກ ໝາຍເລກທະບຽນ AJ 7811 (ລົດຈີນ) ຢູ່ສາງຄຽນຖ່າຍບໍລິສັດ ແອວເອັສ.

ຜ່ານການກວດກາຕົວຈິງ ພົບສິນຄ້າທີ່ຫ້າມນຳເຂົ້າ ຄື: ຊີ້ນໝູແຊ່ແຂງຈຳນວນ 195 ແກັດ ເທົ່າກັບ 4.875 ກິໂລກຼາມ ແລະ ໄສ້ໝູ 23 ແກັດ ເທົ່າກັບ 230 ກິໂລກຼາມ ລວມທັງໝົດ 5.105 ກິໂລກຼາມ, ເຊິ່ງຊີ້ນໝູຈຳນວນດັ່ງກ່າວແມ່ນນຳເຂົ້າມາແຕ່ ສປ ຈີນ ເພື່ອຈະນຳໄປຂາຍຢູ່ຕະຫຼາດໃນ ສປປ ລາວ, ສ່ວນຜູ້ທີ່ນຳຊີ້ນໝູ ເຂົ້າມາ ສປປ ລາວ ນັ້ນ, ເຈົ້າໜ້າທີ່ ໄດ້ເຮັດບົດບັນທຶກ, ກ່າວຕັກ ເຕືອນ ພ້ອມທັງສຶກສາອົບຮົມ ແລະ ໃນຕໍ່ໜ້າບໍ່ໃຫ້ກະທຳຜິດຕື່ມອີກ.

ຈາກນັ້ນ, ໃນວັນທີ 29 ກໍລະກົດ 2020, ເຈົ້າໜ້າທີ່ສັດຕະວະແພດ, ເຈົ້າ ໜ້າ ທີ່ພາສີ, ອາຫານ ແລະ ຢາ ປະຈຳດ່ານສາກົນບໍ່ເຕ່ນ ໄດ້ຈັດພິທີທຳລາຍຊີ້ນໝູທີ່ຢຶດໄດ້ທັງໝົດ ໂດຍການເຂົ້າຮ່ວມຂອງທ່ານ ຄຳແພງ ພະນາວັນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ແລະ ພາກສ່ວນທີ່ກ່ຽວຂ້ອງ.