ກະຊວງ ປກສ ໄດ້ຈັດພິທີປາຖະກະຖາວັນຍຶດອໍານາດ 23 ສິງຫາ ຄົບຮອບ 75 ປີ ແລະ ຄົບຮອບ 45 ປີ ( 23 ສິງຫາ 1945 ແລະ 23 ສິງຫາ 1975-23 ສິງຫາ 2020 ), ວັນປະກາດເອກະລາດ ຄົບຄອບ 75 ປີ ( 12 ຕຸລາ 1945- 12 ຕຸລາ 2020 ) ໃນວັນທີ 6 ສິງຫາຜ່ານມາ, ປາຖະກະຖາ ໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ, ມີຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງ ເຂົ້າຮ່ວມ.

ພົຕ ປອ ສົມຫວັງ ທໍາມະສິດ ໄດ້ຍົກໃຫ້ເຫັນວັນຍຶດອຳນາດ 23 ສິງຫາ 1945 ວ່າ: ໃນປີ 1930 ພັກກອມມູນິດອິນດູຈີນ ໄດ້ຮັບການກໍາເນີດເກີດຂຶ້ນພາຍໃຕ້ການນໍາຂອງພັກດັ່ງກ່າວ ການຕໍ່ສູ້ປະຕິວັດຂອງປະຊາຊົນລາວຈຶ່ງໄດ້ກ້າວເຂົ້າສູ່ໄລຍະໃໝ່ດ້ວຍຮູບການຄຸນນະພາບໃໝ່ ພັກໄດ້ນໍາພາປະຊາຊົນລາວລຸກຮື້ຂຶ້ນຢຶດອໍານາດການປົກຄອງໃນທົ່ວປະເທດໃນວັນທີ 23 ສິງຫາ 1945, ຂະບວນການຢຶດອໍານາດຢູ່ວຽງຈັນ ໄດ້ເລີ່ມຈາກການຕໍ່ສູ້ຂອງກໍາມະກອນໂຮງງານກັບຟາ 500 ຄົນ, ງານໂຮມຊຸມນຸມ ເຊິ່ງມີຄົນເຂົ້າຮ່ວມ 10.000 ກວ່າຄົນ, ຢູ່ສະຫວັນນະເຂດ ປະຊາຊົນໄດ້ໂຄ່ນລົ້ມອໍານາດການປົກຄອງເກົ່າ, ສ້າງຕັ້ງອໍານາດການປົກຄອງປະຕິວັດໃນວັນທີ 30 ສິງຫາ ແລະ ຢູ່ທ່າແຂກ ວັນທີ 1 ກັນຍາ, ຢູ່ຊໍາເໜືອແຕ່ວັນທີ 26 ສິງຫາ ເຖິງເດືອນຕຸລາ ໄດ້ມີຂະບວນການບຸກໂຈມຕີກອງທະຫານຂອງພວກຮຸກຮານ ແລະ ຢຶດເອົາຕົວເມືອງຄືນໄດ້.

ໃນໄລຍະບໍ່ເຖິງ 1 ເດືອນ ປະຊາຊົນລາວໄດ້ຮັບການຮ່ວມມືຢ່າງຕັ້ງໜ້າກັບຊາວຫວຽດນາມ ໄດ້ພ້ອມກັນໂຄ່ນລົ້ມອໍານາດການປົກຄອງເກົ່າ ແລະ ສ້າງຕັ້ງອໍານາດປະຕິວັດຂອງຕົນຂຶ້ນຢູ່ຫຼາຍທ້ອງຖິ່ນ ແລະ ຈັດຕັ້ງບັນດາກອງກໍາລັງປະກອບອາວຸດປ້ອງກັນຕົວເມືອງໃຫຍ່ຕ່າງໆ ເຊັ່ນ: ຢູ່ເມືອງວຽງຈັນ, ທ່າແຂກ, ສະຫວັນນະເຂດ, ຊຽງຂວາງ, ຊໍາເໜືອ ແລະ ຫຼວງພະບາງ ຈາກນັ້ນລັດຖະບານລາວອິດສະລະ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ປະກາດຄວາມເປັນເອກະລາດຂອງຊາດຕໍ່ໜ້າມວນຊົນໃນວັນທີ 12 ຕຸລາ 1945. ນັ້ນຄືໄຊຊະນະຄັ້ງປະຫວັດສາດຂອງຊາດລາວ ເຊິ່ງມີຄວາມສໍາຄັນທີ່ສຸດສໍາລັບປະຊາຊົນລາວ ເພາະວ່າມັນເປັນຂີດໝາຍສໍາຄັນໃນປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດ ແລະ ອິດສະລະພາບຂອງປະຊາຊົນລາວ, ມັນເປັນເທື່ອທໍາອິດທີ່ປະຊາຊົນລາວບັນດາເຜົ່າໄດ້ພ້ອມກັນລຸກຮື້ຂຶ້ນທັບມ້າງແອກປົກຄອງຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະ ໄດ້ໂມ່ງບາດຄ້ອນໃສ່ລະບອບສັກດີນາທີ່ຄອບງໍາປະເທດຊາດລາວ ມາຫຼາຍສັດຕະວັດ ແລະ ເປັນການເປີດສາກໃຫ້ແກ່ການເຄື່ອນໄຫວປະຕິວັດລາວກ້າວໄປສູ່ໄລຍະໃໝ່.

ວັນຍຶດອໍານາດ 23 ສິງຫາ 1975 ກໍເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນສໍາລັບປະຊາຊົນລາວທັງຊາດ ເພາະວ່າໄຊຊະນະດັ່ງກ່າວແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍຶດເຍື້ອຍາວນານຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ແມ່ນໝາກຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຍຶດອໍານາດການປົກຄອງໃນທົ່ວປະເທດ ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ.ໂອກາດນີ້, ຍັງໄດ້ປາຖະກະຖາວັນລັດຖະທໍາມະນູນ ຄົບຮອບ 29 ປີ (15 ສິງຫາ 1991-15 ສິງ ຫາ 2020 ) ລັດຖະທຳມະນູນ ເປັນກົດໝາຍພື້ນຖານຂອງຊາດ, ທັງເປັນການຫັນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກປະຊາຊົນປະຕິວັດລາວ ມາເປັນກົດໝາຍພື້ນຖານຂອງລະບອບປະຊາທິປະໄຕປະຊາຊົນລາວ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າໃຫ້ຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່ເພີ່ມທະວີຄວາມສາມັກຄີປວງຊົນລາວທັງຊາດ, ເຊີດຊູບົດບາດເປັນເຈົ້າໃນການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ຕາມຈຸດໝາຍທີ່ພັກກຳນົດໄວ້.