ໃນວັນທີ 3 ສິງຫາ 2020, ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2020 ເປັນປະທານໂດຍ ພົຈວ ໜູດີ ມີ ໄຊຍະລາດ ຫົວໜ້າກົມໃຫຍ່ພະລາທິການ, ມີຕາງໜ້າໃຫ້ກົມກອງອ້ອມຂ້າງ, ວິທະຍາຄານ, ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ເຂົ້າຮ່ວມ.

ພົຈວ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ກ່າວວ່າ: ໃນເດືອນຕົ້ນປີຄະນະພັກ-ຄະນະກົມ ໄດ້ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ນາຍ ແລະ ພົນຕຳຫຼວດເປັນປະຈຳ, ຈັດຕັ້ງເຊື່ອມຊຶມບັນດາມະຕິຕ່າງໆ, ຄຳສັ່ງ, ລະບຽບກົດໝາຍ, ມູນເຊື້ອຂອງຊາດ-ຂອງພັກ, ເຮັດໃຫ້ພະນັກງານພະລາທິການມີຄຸນທາດການເມືອງໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ, ເຮັດສຳເລັດໜ້າທີ່ຕາມການມອບໝາຍ, ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດເກັບລາຍຮັບວິຊາການ, ແຜນລາຍຈ່າຍງົບປະມານ 6 ເດືອນຜ່ານມາຄື: ຄ່າທຳນຽມ ໄດ້ຮັບອະນຸມັດແຜນປີ 2020 ຈຳນວນ 54 ຕື້ ກວ່າກີບ, ປະຕິບັດຕົວຈິງໄດ້ 19 ຕື້ກວ່າກີບ ທຽບໃສ່ປີຜ່ານມາປະຕິບັດໄດ້ 29%, ກົມກອງອ້ອມຂ້າງກະຊວງປະຕິບັດໄດ້ 6 ຕື້ກວ່າກີບ, ປກສ ແຂວງ-ນະຄອນຫຼວງວຽງຈັນ ປະຕິບັດໄດ້ 9 ຕື້ກວ່າກີບ, ກົມກອງອ້ອມຂ້າງກະຊວງປະຕິ ບັດໄດ້ 6 ຕື້ກວ່າກີບ, ປກສ ແຂວງ -ນະຄອນຫຼວງວຽງຈັນ ປະຕິບັດໄດ້ 9 ຕື້ກວ່າກີບ; ຄ່າບໍລິການໄດ້ຮັບແຜນລາຍຮັບ ປີ 2020 ຈຳນວນ 36 ຕື້ກວ່າກີບ ປະຕິບັດໄດ້ 19 ຕື້ກວ່າກີບ, ທຽບໃສ່ປີຜ່ານມາປະຕິບັດໄດ້ 52,32 % ໄດ້ຮັບແຜນອະນຸມັດລາຍຈ່າຍ 14 ຕື້ກວ່າກີບ. ປະຕິບັດໄດ້ 11 ຕື້ກວ່າກີບ.

ໃນນັ້ນກົມກອງອ້ອມຂ້າງກະຊວງ ປະຕິບັດໄດ້ 995 ລ້ານກວ່າກີບ, ປກສ ແຂວງ-ນະຄອນຫຼວງວຽງຈັນ ປະຕິບັດໄດ້ 10 ຕື້ກວ່າກີບ; ໄດ້ຈັດຊື້ເຄື່ອງອຸປະໂພກ-ບໍລິໂພກ ປະຈຳປີ 2020 ໄດ້ 27 ກົມກອງ, ມີ 60 ລາຍການ; ຈັດຊື້ພາຫະນະ 8 ຄັນ, ເຄື່ອງໃຊ້ຫ້ອງການ, ເຄື່ອງ ວິຊາສະເພາະ ແລະ ອຸປະກອນການຮຽນການສອນຈຳນວນ 18 ລາຍການ, ສ້ອມແປງລົດຮັບໃຊ້ການນຳ, ລົດບໍລິຫານ, ລົດຮັບໃຊ້ວິຊາ ສະເພາະໄດ້ 30 ເທື່ອຄັນ, ສະໜອງນ້ຳມັນເຊື້ອໄຟໃຫ້ບັນດາກົມກອງອ້ອມຂ້າງກະຊວງ ຈຳນວນ 300.000 ກວ່າລິດ, ມູນຄ່າ 3 ຕື້ ກວ່າກີບ, ເອົາໃຈໃສ່ຊຸກຍູ້ຕິດຕາມສຸຂະພາບການນຳຂັ້ນສູງ 128 ຄັ້ງ, ລົງເຄື່ອນໄຫວໂຄສະນາສື່ສານເພື່ອຫຼຸດຜ່ອນຄວາມສ່ຽງຈາກການຕິດ ເຊື້ອພະຍາດ COVIT-19 ໄດ້ 11 ກົມກອງ, ລົງພົ່ນຢາຂ້າເຊື້ອພະຍາດໄດ້ 22 ກົມກອງ, ຕິດຕັ້ງເຄື່ອງກອງນ້ຳໄດ້ 2 ປກສ ແຂວງ, ຢູ່ໂຮງ ໝໍ 5 ເມສາ ໄດ້ກວດເຂດນອກ 5.710 ເທື່ອຄົນ, ແກ້ໄຂສຸກເສີນ 2.854 ເທື່ອຄົນ, ຮັບຄົນເຈັບເຂົ້ານອນປິ່ນປົວ 585 ຄົນ, ປິ່ນປົວດີ 526 ຄົນ, ໃນ 6 ເດືອນຜ່ານມາໄດ້ຮັບເງິນປັນຜົນຈາກຫົວໜ່ວຍການຜະລິດ-ທຸລະກິດ ໄດ້ 2 ຕື້ ກວ່າກີບ ມອບພັນທະໃຫ້ລັດ 176 ລ້ານກີບ ກັບ 1.000 ໂດລາສະຫາລັດ, ມອບໃຫ້ກະຊວງ 978 ລ້ານກີບ ກັບ 12.000 ໂດລາສະຫາລັດ, ຜະລິດປ້າຍລົດໄດ້ທັງໝົດ 20. 000 ກວ່າປ້າຍ, ຜະລິດນ້ຳດື່ມໄດ້ 88.000 ກວ່າຕຸກ.ຈາກນັ້ນ ທ່ານປະທານກອງປະຊຸມຍັງໄດ້ມີຄຳເຫັນເຈາະຈິ້ມໃສ່ແຕ່ລະໜ້າວຽກທີ່ເຫັນວ່າຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ໃຫ້ແຕ່ລະກົມກອງຂຶ້ນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບໃຫ້ມີເນື້ອໃນຖືກຕ້ອງ ແລະ ຮັດກຸມ, ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມແຜນທີ່ກຳນົດໄວ້.