ເຈົ້າໜ້າທີ່ ປກສ ເມືອງສິງ ໄດ້ອອກກວດກາລາດຕະເວນ ແລະ ຕັ້ງຈຸດກວດລະຫວ່າງເສັ້ນທາງເມືອງສິງ-ຫຼວງນໍ້າທາ ສາມາດກວດພົບ ທ້າວ ອີວາ ອາຍຸ 26 ປີ ບ້ານນາໂຮມ ເມືອງແບງ ແຂວງອຸດົມໄຊ ທີ່ກໍາລັງຈະນໍາເອົາຢາບ້າ ຈຳນວນ 9 ມັດ ມີ 18.000 ເມັດ ຜ່ານດ່ານໄປສົ່ງຢູ່ຈຸດນັດໝາຍ.

ຮອ ຖາວອນ ພົມມະຈັນ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ເວລາ 23:00 ໂມງຂອງ ວັນທີ 13 ກໍລະກົດ 2020 ເຈົ້າໜ້າທີ່ປະຈໍາດ່ານກວດໄດ້ກັກຕົວ ທ້າວ ອີວາ ພ້ອມຢາເສບຕິດຈຶ່ງໄດ້ສອບສວນຜູ້ກ່ຽວໃຫ້ຍອມຮັບວ່າ: ໃນເວລາ 16:00 ໂມງ ຂອງວັນທີ 13 ກໍລະກົດ 2020 ຄູ່ຮ່ວມຂະບວນການຄ້າຂາຍຢາເສບຕິດໄດ້ຂັບລົດກະບະສີດຳ (ບໍ່ຈື່ປ້າຍ) ອອກມາຈາກ ເມືອງຫຼວງນ້ຳທາ ມາເຫັນຕົນເອງຢູ່ທາງໃຫຍ່ຈຶ່ງເອີ້ນໃສ່ວ່າມີວຽກລົມນຳໃຫ້ຕົນນຳເອົາຢາບ້າ 3 ແພັກ ໄປສົ່ງຢູ ເມືອງສິງ ໂດຍໃຫ້ຄ່າຈ້າງ 2.000.000 ກີບ. ຈາກນັ້ນ; ຕົນຈຶ່ງໄດ້ຕອບຕົກລົງ ແລະ ນໍາເອົາຢາໄປສົ່ງໃຫ້ຕາມທີ່ນັດໝາຍ. ພໍໄປຮອດຈຸດກວດຖືກເຈົ້າໜ້າທີ່ກວດພົບ.

ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງ ສິງ ໄດ້ສົ່ງຜູ້ຖືກຫາໃຫ້ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ດຳເນີນການສືບສວນຂະຫຍາຍຜົນຕື່ມອີກ.