ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ທຸກພາກສ່ວນໃນສັງຄົມສືບຕໍ່ເອົາໃຈໃສ່ຢ່າງເຂັ້ມງວດຕໍ່ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກເພື່ອເປັນການຮ່ວມໃຈກັນປ້ອງກັນ, ສະກັດກັ້ນບໍ່ໃຫ້ພະຍາດດັ່ງກ່າວນີ້ກັບມາແຜ່ລະບາດອີກໃນປະເທດລາວເຮົາ.

ການຊີ້ນໍາຄັ້ງນີ້, ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມເປັນປະທານໃນກອງປະຊຸມປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສໍານັກງານນາຍົກລັດຖະມົນຕີ ຈັດຂຶ້ນໃນວັນທີ 5 ສິງຫາ 2020, ເຊິ່ງທ່ານໄດ້ກ່າວວ່າ: ທຸກພາກສ່ວນໃນສັງຄົມລາວເຮົາເວົ້າລວມ, ເວົ້າສະເພາະແມ່ນຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕ້ອງເປັນເຈົ້າການໃນການຕິດຕາມ, ກວດກາ, ກະຕຸກຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງເພີ່ມມາດຕະການຄວາມເຂັ້ມງວດໃນການເຮັດວຽກງານວິຊາສະເພາະ ເປັນຕົ້ນແມ່ນວຽກງານປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນ: ການຄຸ້ມຄອງການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ກໍລະນີພົບເຫັນຜູ້ລັກລອບເຂົ້າເມືອງແບບບໍ່ຖືກຕ້ອງແມ່ນໃຫ້ນຳໂຕໄປກວດຫາເຊື້ອແລ້ວກັກບໍລິເວນ, ພ້ອມທັງດໍາເນີນມາດຕະການຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ;

ພ້ອມນັ້ນ, ປັບປຸງເງື່ອນໄຂ, ມາດຕະການ, ກົນໄກການປະສານງານການເຂົ້າມາ ສປປ ລາວ ໃຫ້ມີຄວາມຮັດກຸມໂດຍສະເພາະການສະໜອງຂໍ້ມູນ ຜູ້ໂດຍສານກ່ອນການເດີນທາງເຂົ້າມາ, ເຂັ້ມງວດໃນການຕິດຕາມກວດກາ ແລະ ຄຸ້ມຄອງຮ້ານບັນເທີງ, ຮ້ານຄາລະໂອເກະ, ຮ້ານເຫຼົ້າ-ເບຍ ທີ່ລັດຖະບານໄດ້ສັ່ງໃຫ້ປິດຊົ່ວຄາວ ຖ້າກວດພົບເຫັນຮ້ານໃດຍັງລະເມີດ ແລະ ບໍ່ປະຕິບັດຕາມຄຳສັ່ງຂອງລັດຖະບານແມ່ນໃຫ້ດຳເນີນການຕັກເຕືອນ, ປັບໃໝ, ຫາກຍັງຝ່າຝືນຢູ່ແມ່ນໃຫ້ດຳເນີນມາດຕະການລົບລ້າງໃບອະນຸຍາດການດຳເນີນທຸລະກິດ ແລະ ລົບລ້າງໃບທະບຽນວິສາຫະກິດຕາມຂັ້ນຕອນ; ເອົາໃຈໃສ່ຄຸ້ມຄອງນັກສຶກສາລາວຢູ່ຕ່າງປະເທດໃຫ້ດີ, ຫາກມີຈຸດປະສົງຈະກັບເຂົ້າມາ ສປປ ລາວ ກໍຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດ, ສືບຕໍ່ເພີ່ມການໂຄສະນາເຜີຍແຜ່, ປະຊາສຳພັນໃຫ້ປະຊາຊົນໄດ້ຮັບຮູ້ເຖິງຄວາມອັນຕະລາຍ ແລະ ຄວາມສ່ຽງທີ່ຈະເກີດມີການລະບາດຂອງພະຍາດ COVID-19 ອີກຮອບໃໝ່, ພ້ອມທັງມີສະຕິໃນການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວຕາມຄຳແນະນໍາຂອງຄະນະສະເພາະກິດວາງອອກໃນແຕ່ລະໄລຍະເພື່ອປ້ອງກັນຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ ໃຫ້ປອດຈາກການຕິດເຊື້ອຂອງພະຍາດ COVID-19 ຢ່າງປອດໄພ.

ໃນກອງກອງປະຊຸມ, ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນໄລຍະເດືອນກໍລະກົດ ແລະ ຕົ້ນເດືອນສິງຫາ 2020, ພ້ອມທັງຕີລາຄາປະເມີນຄືນການຈັດຕັ້ງປະຕິບັດວຽກງານ ແລະ ສະເໜີປັບປຸງບາງວຽກງານທີ່ເຫັນວ່າບໍ່ທັນຈະແຈ້ງ, ການຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ຍັງມີຊ່ອງຫວ່າງທີ່ອາດເຮັດໃຫ້ເກີດຄວາມສ່ຽງຕໍ່ວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ.