ພິທີມອບ-ຮັບໂຄງການຍົກລະດັບກ້ອງວົງຈອນປິດ ແລະ ສັນຍານເຕືອນໄພໃນນະຄອນຫຼວງວຽງຈັນ ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບລະຫວ່າງກົມໃຫຍ່ພະລາທິການ ກະຊວງ ປກສ ແລະ ບໍລິສັດໄຣເທຣາ ສປ ຈີນ ຮ່ວມກັບບໍລິສັດກຸ່ມຄໍາໄພຊະນະຈໍາກັດ ໄດ້ຈັດຂຶ້ນໃນວັນທີ 7 ສິງຫາ ຜ່ານມາ, ເຂົ້າຮ່ວມມີ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ, ມີຫົວໜ້າ-ຮອງກົມອ້ອມຂ້າງກະຊວງ, ບໍລິສັດ, ແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄານເຈຍ ຜູ້ອໍານວຍ ການບໍລິສັດ ໄຣເທຣາ ສປ ຈີນ ກ່າວວ່າ: ໂຄງການຍົກລະດັບກ້ອງວົງຈອນປິດ ແລະ ສັນຍານເຕືອນໄພໃນນະຄອນຫຼວງວຽງຈັນ ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບເປັນໂຄງການຍົກລະດັບອຸປະກອນຈາກໂຄງການເກົ່າ, ເປັນການຕອບສະໜອງ ແລະ ຕິດຕັ້ງອຸປະກອນໃໝ່ຂອງບໍລິສັດ ໄຣເທ ຣາ ສປ ຈີນ ພາຍໃນຂອບເຂດນະຄອນຫຼວງວຽງຈັນ ເຊິ່ງໃນກອບສັນຍາລະຫວ່າງບໍລິສັດດັ່ງກ່າວ ແລະ ກົມໃຫຍ່ພະລາທິການ ປກສ ຕອບສະໜອງ ແລະ ຕິດຕັ້ງອຸປະກອນກ້ອງວົງຈອນປິດປະເພດຕ່າງໆທີ່ລະບຸໄວ້ໃນສັນຍາ ຄື: ຍົກລະດັບສູນຄວບຄຸມໃໝ່ຢູ່ນໍ້າພຸ, ເສີມ ແລະ ຍົກລະດັບຢູ່ສູນຄວບຄຸມໃຫຍ່ຢູ່ກົມໃຫຍ່ຕໍາຫຼວດ, ລະບົບ UPS ໄຟສໍາຮອງ, ລະບົບ ບັນທຶກ, ລະບົບ Software ແລະ ຈໍສະແດງຜົນໃຫ້ສະຖານີຄວບຄຸມຍ່ອຍທັງໝົດ 19 ສະຖານີ ແລະ 2 ສູນໃຫຍ່ຂອງທົ່ວນະຄອນຫຼວງ ດ້ວຍມູນຄ່າ 26.828.780 ໂດລາສະຫະລັດ ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1673/ຫສ ນຍ. ກລຂ ລົງວັນທີ 4 ຕຸລາ 2018 ເຊິ່ງໄດ້ສໍາເລັດ ແລະ ທົດລອງນໍາໃຊ້ມາເດືອນກັນຍາ 2019.

ໂອກາດດຽວກັນນີ້, ພົຈວ ໜູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາທິການ ປກສ ກ່າວຕື່ມວ່າ: ໂຄງການດັ່ງກ່າວນີ້ແມ່ນມີຄວາມສໍາຄັນ ແລະ ຈໍາເປັນໃນການປະຕິບັດວຽກງານວິຊາສະເພາະຂອງກໍາລັງປ້ອງກັນຄວາມສະຫງົບແນໃສ່ການຕິດຕາມ-ກວດກາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບ-ປອດໄພໃນສັງຄົມພ້ອມທັງຍັງຊ່ວຍເປັນດວງຕາໃຫ້ແກ່ການປະຕິບັດໜ້າທີ່ໃນການແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆໃຫ້ໄດ້ທັນສະພາບການ ແລະ ຮັບປະກັນໃນການປ້ອງກັນວັນສໍາຄັນຕ່າງໆຂອງພັກ-ຂອງຊາດໃຫ້ມີຄວາມປອດໄພ 100%.

ພິທີດັ່ງກ່າວ, ລົງນາມເຊັນບົດບັນທຶກມອບ-ຮັບໂຄງການໂດຍ ພົຈວ ໜູດີ ມີໄຊຍະລາດ ແລະ ທ່ານ ຄານເຈຍ ແຂກຖືກເຊີນພະນັກງານກ່ຽວຂ້ອງເຂົ້າຮ່ວມ.