ກົມຄຸ້ມຄອງການຜະລິດ-ທຸລະກິດ ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະການຜະລິດ-ທຸລະກິດ ຂຶ້ນໃນວັນທີ 4-6 ສິງຫາ 2020 ເປັນປະທານໂດຍ ພັອ ໜູຈອນ ກ້ອນທອງດຳ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ມີບັນດາສະຫາຍຄະນະຫ້ອງ, ກົມ, ກອງ, ໂຮງໝໍ 5 ເມສາ, ພະນັກງານທີ່ເຮັດວຽກງານການຜະລິດ-ທຸລະກິດ ໃນກຳລັງ ປກສ ທົ່ວປະເທດ ເຂົ້າຮ່ວມ.

ໃນພິທີ ພັອ ພູທອນ ພົນໂພສີລາຫົງ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ກົມໃຫຍ່ພະລາທິການ ປກສ ໄດ້ກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ ພ້ອມ ທັງຍົກໃຫ້ເຫັນຜົນຂອງການຈັດຕັ້ງປະຕິບັດວຽກງານການຜະລິດ-ທຸລະກິດ ໃນກຳລັງ ປກສ 5 ປີ ຜ່ານມາ ( 2015-2019 ) ແລະ ທິດທາງແຜນການ 5 ປີ ( 2020-2025 ) ຕໍ່ໜ້າເຊິ່ງຜ່ານການຊຸກຍູ້ແນະນໍາຕິດຕາມກວດກາຕໍ່ວຽກງານການຜະລິດ-ທຸລະກິດ ແລະ ແກ້ໄຂຊີວິດການເປັນຢູ່ໃນກຳລັງ ປກສ ແມ່ນມີທ່າອ່ຽງດີຂຶ້ນ, ມີຫຼາຍກົມກອງ, ທ້ອງຖິ່ນສາມາດມີແຫຼ່ງລາຍຮັບທີ່ໝັ້ນຄົງມີຄວາມເຂັ້ມແຂງທາງດ້ານເສດຖະກິດ.

ສາມາດຕອບສະໜອງງົບປະມານຮັບໃຊ້ໃຫ້ກຳລັງໄດ້ດີພໍສົມຄວນສາມາດສ້າງກົມກອງຕົວແບບ ແລະ ຄອບຄົວຕົວແບບສະແດງໃຫ້ເຫັນຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານວຽກງານການຜະລິດໃນກຳລັງ ປກສ, ຜ່ານການເກັບກຳສະຖິຕິຂໍ້ມູນການຜະລິດ-ທຸລະກິດ ປະຈຳປີ 2018 ບັນດາກົມກອງອ້ອມຂ້າງກະຊວງ ແລະ ປກສ ທ້ອງຖິ່ນ ສາມາດສ້າງລາຍຮັບຈາກວຽກງານປູກຝັງໄດ້ 937 ລ້ານກີບ, ສັດລ້ຽງ 2 ຕື້ 819 ລ້ານກີບ, ຫັດຖະກໍາ 870 ລ້ານກີບ, ທຸລະກິດອື່ນໆ 3 ຕື້ 196 ລ້ານກີບ, ລວມລາຍຮັບທັງໝົດ 7 ຕື້ 842 ລ້ານກີບ.

ຊຸດອົບຮົມໄດ້ມີການເຜີຍແຜ່ບັນດາເອກະສານກ່ຽວກັບວຽກງານການຜະລິດ-ທຸລະກິດ ໃນກຳລັງ ປກສ ຄື: ການສ້າງຕັ້ງຫົວໜ່ວຍທຸລະກິດ ໃນກຳລັງ ປກສ, ການຄຸ້ມຄອງຫົວໜ່ວຍທຸລະກິດ, ການເກັບກຳສະຖິຕິການຜະລິດກົມກອງລວມໝູ່, ຮ່າງຄຳແນະນຳການຄຸ້ມຄອງບໍລິການຜະລິດປ້າຍລົດໃນກຳລັງ ປກສ, ການຜັນຂະຫຍາຍນະໂຍບາຍກະສິກຳສະອາດລົງສູ່ຮາກຖານການຜະລິດ, ເອກະສານການພັດທະນາການລ້ຽງງົວເປັນສິນຄ້າຂອງ ສປປ ລາວ, ການຄຸ້ມຄອງ ແລະ ພັດທະນາລັດວິສາຫະກິດໃນ ສປປ ລາວ ແລະ ເອກະສານກ່ຽວກັບນະໂຍບາຍສົ່ງເສີມການລົງທຶນ, ການລົງທຶນຜ່ານປະຕູດຽວ.