ກົມໃຫຍ່ສັນຕິບານ ກະຊວງ ປກສ ສະຫຼຸບວຽກງານວິຊາສະເພາະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2020 ໃນວັນທີ 7 ສິງຫາຜ່ານມາ, ເປັນປະທານໂດຍ ພົຈວ ປອ ບົວວັນ ວົງສາວັນທອງ ຫົວໜ້າກົມໃຫຍ່ສັນຕິບານ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພົຈວ ປອ ບົວວັນ ວົງສາວັນທອງ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນປະກອບຄໍາຄິດເຫັນ, ຄົ້ນຄວ້າຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານໄລຍະ 6 ເດືອນຕົ້ນປີ 2020, ອັນເດັ່ນທີ່ບັນດາກົມກອງວິຊາສະເພາະຍາດມາໄດ້ເປັນຕົ້ນແມ່ນຜົນສໍາເລັດການຈັດຕັ້ງປະຕິບັດ 3 ຄາດໝາຍ 7 ໂຄງການ ຂອງກົມໃຫຍ່ສັນຕິບານ ໃນໄລຍະ 6 ເດືອນຜ່ານມາ, ແນໃສ່ປັບປຸງດ້ານອ່ອນຂໍ້ຄົງຄ້າງເພື່ອຍົກສູງປະສິດທິຜົນຂອງວຽກງານໃຫ້ດີຂຶ້ນກວ່າເກົ່າ; ພ້ອມກັນນັ້ນຍັງຈະໄດ້ຮັບຟັງການເຜີຍແຜ່ເອກະສານຈໍານວນໜຶ່ງທີ່ເປັນບ່ອນອີງໃຫ້ແກ່ການເຮັດໜ້າທີ່ຂອງກໍາລັງສັນຕິບານ ແລະ ຮັບຟັງການປະກອບຄໍາຄິດເຫັນຈາກບັນດາກົມກອງວິຊາສະເພາະໃນການຈັດຕັ້ງຜັນຂະຫຍາຍບັນດາກິດຈະກໍາຕ່າງໆທີ່ນອນຢູ່ໃນຄາດໝາຍ ແລະ ໂຄງການຂອງກົມໃຫຍ່ສັນຕິບານໃຫ້ໄດ້ຮັບຜົນສໍາເລັດ.

ໃນກອງປະຊຸມ, ພົຈວ ປອ ບົວວັນ ວົງສາວັນທອງ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຈົ່ງພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດ-ຄໍາເຫັນ, ແລກປ່ຽນບົດຮຽນຍົກສູງຄວາມຮັບຜິດຊອບເພື່ອປະກອບສ່ວນເຮັດໃຫ້ວຽກງານສັນຕິບານໃຫ້ມີການພັດທະນາຂຶ້ນກວ່າເກົ່າ ແລະ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໄລຍະໃໝ່.