ກອງບັນຊາການ ປກສ ນະຄອນປາກເຊ ແຂວງຈໍາປາສັກ ໄດ້ສຸມໃສ່ແກ້ໄຂປະກົດການຫຍໍ້ທາງສັງຄົມ ໂດຍສະເພາະການແກ້ໄຂລາຍຄະດີຕ່າງໆ ເຊິ່ງສາມາດແກ້ໄຂທັງໝົດ 29 ເລື່ອງ, ກັກຜູ້ຖືກຫາ 33 ຄົນ ຍິງ 7 ຄົນ.

ເຈົ້າໜ້າທີ້ ໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນ (ມັງກອນ-ມີນາ) ເຈົ້າໜ້າທີ່ ປກສ ນະຄອນປາກເຊ ໄດ້ແກ້ໄຂຄະດີອາຍາ-ເສດຖະກິດ 12 ເລື່ອງ, ກັກຕ້ອງຫາ 14 ຄົນ ຍິງ 6 ຄົນ, ເດັ່ນກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ 6 ເລື່ອງ, ກັກຕົວຕ້ອງຫາໄດ້ 7 ຄົນ ຍິງ 1 ຄົນ, ເກັບກູ້ເຄື່ອງຂອງກາງໄດ້ລົດຈັກ 7 ຄັນ, ຄອມຜິວເຕີ້ 1 ໜ່ວຍ, ຕູ້ລຳໂພງ 1 ຊຸດ, ເງິນກີບ 14.600.000 ກີບ, ເງິນບາດ 6.000 ບາດ, ຄຳໃບ 3 ບາດ 3 ສະຫຼຶງ ແລະ ລົດໃຫຍ່ 01 ຄັນ.

ນອກນັ້ນ, ຍັງແກ້ໄຂຄະດີຢາເສບຕິດໄດ້ 17 ເລື່ອງ, ຖືກຫາໄດ້ 19 ຄົນ ຍິງ 1 ຄົນ. ໃນນັ້ນ, ຄ້າຂາຍຢາເສບຕິດໄດ້ 9 ເລື່ອງ, ມີ 11 ຄົນ ຍິງ 1 ຄົນ; ມີຢາເສບຕິດໄວ້ໃນຄອບຄອງ 8 ເລື່ອງ, ມີ 8 ຄົນ; ແກ້ໄຂ ແລະ ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ 80 ຄົນ ຍິງ 2 ຄົນ, ຢຶດເຄື່ອງຂອງກາງໄດ້ຢາບ້າ 917 ເມັດ, ຢາໄອສ໌ 1 ຖົງ, ອຸປະກອນການເສບ 15 ຊຸດ ແລະ ອຸປະກອນກໍ່ຄວາມບໍ່ສະຫງົບອີກຈຳນວນໜຶ່ງ.