ພັອ ສົມພົງ ຂໍາວິລຸນ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນສູນກາງ ໄດ້ໃຫ້ສຳພາດໃນວັນທີ 7 ສິງຫາ 2020 ວ່າ: ໃນໂອກາດທີ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ປກສ ຈະໄຂຂຶ້ນໃນຕໍ່ໜ້ານີ້, ອົງຄະນະພັກກອງບັນຊາການປ້ອງກັນສູນກາງຈະຊີ້ນຳ-ນຳພາສະມາຊິກພັກ ແລະ ພະນັກງານ-ນັກຮົບ ອອກແຮງແຂ່ງຂັນກະກຽມສ້າງຂະບວນການຕ່າງໆ ເພື່ອເປັນຜົນງານປະດັບເອ້ໃຫ້ແກ່ການຂໍ່ານັບຮັບຕ້ອນກອງປະຊຸມດັ່ງກ່າວມີ ບັນຍາກາດ, ມີຄວາມໝາຍ ແລະ ເປັນຂະບວນການຟົດຟື້ນກວ້າງຂວາງ.

” ໄລຍະນີ້, ຄະນະພັກກອງບັນຊາການປ້ອງກັນສູນກາງ ພວມເຄັ່ງຮ້ອນໃນການຫ້າງຫາກະກຽມໃຫ້ແກ່ການສ້າງຂະບວນການດ້ານຕ່າງໆ ເປັນຕົ້ນແມ່ນຂະບວນການອອກແຮງງານລວມ, ຂະບວນການແຂ່ງຂັນກິລາປະເພດຕ່າງໆ, ຂະບວນການແຂ່ງຂັນເຮັດວຽກວິຊາສະເພາະ, ຂະບວນການປະຕິບັດລະບຽບວິໄນຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ໄດ້ຕາມແຜນການທີ່ວາງໄວ້ ພັອ ສົມພົງ ຂໍາວິລຸນ ກ່າວ.

ຕະຫຼອດໄລຍະແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງ ປກສ, ອົງຄະນະພັກກອງບັນຊາການປ້ອງກັນສູນກາງຍາມໃດກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໃນທົ່ວກຳລັງປ້ອງກັນສູນກາງຜ່ານຂະບວນການດັ່ງກ່າວເຮັດໃຫ້ສະມາຊິກພັກສ່ວນຫຼາຍມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ, ມີ ຄວາມບໍລິສຸດສັດຊື່, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ.