ໂຮງຮຽນທິດສະດີການເມືອງ ປກສ ໄດ້ຈັດພິທີປ້ອງກັນບົດຈົບຊັ້ນໃຫ້ນັກສຶກສາທິດສະດີການເມືອງ ປກສ ອະນຸປະລິນຍາ ຮຸ່ນທີ XIII, ໃນວັນທີ 7 ສິງຫາ 2020, ເພື່ອໃຫ້ຄູ-ອາຈານ, ຄະນະກໍາມະການປະກອບຄໍາຄິດເຫັນໃສ່ແຕ່ລະບົດໃຫ້ມີຄວາມຖືກຕ້ອງກັບຫຼັກການຂຽນບົດ; ໂດຍມີ ພັອ ຊາຍຄອງ ເພັດຊະວົງ ຫົວໜ້າໂຮງຮຽນທິດສະດີການເມືອງ ປກສ, ພ້ອມດ້ວຍຄະນະອຳນວຍການ, ອາຈານທີ່ປຶກສາ, ຄະນະກໍາ ມະການ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.


ພັອ ຊາຍຄອງ ເພັດຊະວົງ ກ່າວວ່າ: ນັກສຶກສາອະນຸປະລິນຍາ ຮຸ່ນທີ XIII ມີທັງໝົດ 61 ສະຫາຍ ຍິງ 9 ສະຫາຍ ໄດ້ເລີ່ມການຮຽນແຕ່ ວັນທີ 21 ກັນຍາ 2018 ເປັນຕົ້ນມາ, ທີ່ມາຈາກກົມກອງອ້ອມຂ້າງກະຊວງ, ນະຄອນຫຼວງ, ອົງການໄອຍະການປະຊາຊົນ, ສານປະຊາຊົນ ແລະ ບັນດາ ປກສ ແຂວງ, ປະກອບມີ 5 ວິຊາຮຽນ 40 ບົດ ຄື: ສາຍປັດຊະຍາ, ສາຍເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ, ສາຍກໍ່ສ້າງພັກ ແລະ ສາຍການປົກຄອງ; ເຊິ່ງບົດທີ່ນັກສຶກສານຳມາປ້ອງກັນໃນຄັ້ງນີ້ ມີທັງໝົດ 61 ບົດ (ປ້ອງກັນຄົນລະຫົວຂໍ້) ເພື່ອໃຫ້ບັນດາຄູ-ອາຈານ, ຄະນະກໍາມະການປະກອບຄໍາຄິດເຫັນໃສ່ແຕ່ລະບົດໃຫ້ມີຄວາມຖືກຕ້ອງກັບຫຼັກການຂຽນບົດ ແລະ ມີວິທະຍາສາດ ພ້ອມທັງແນະນໍາລົງເລິກກ່ຽວກັບການໝູນໃຊ້ທິດສະດີເຂົ້າໃນຂຽນບົດ ໃຫ້ມີເນື້ອໃນຄົບຖ້ວນສົມບູນ.


ຫຼັກສູດການຮຽນ-ການສອນ ຂອງນັກສຶກສາອະນຸປະລິນຍາແມ່ນພະນັກງານຂັ້ນນຳພາ-ບັນຊາ, ພະນັກງານຫຼັກແຫຼ່ງຂອງກຳລັງປ້ອງກັນຄວາມສະຫງົບ ໃນຂອບເຂດທົ່ວປະເທດທີ່ມາຄົ້ນຄວ້າສຶກສາ ທາງດ້ານທິດສະດີການເມືອງ ເພື່ອໃຫ້ມີຄວາມເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບສາມາດຕອບສະໝອງໄດ້ກັບໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ.