ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດພິທີປະກາດປັບປຸງການຈັດຕັ້ງໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ, ໂຍກຍ້າຍ, ສັບຊ້ອນ ແລະ ແຕ່ງຕັ້ງຂັ້ນຫົວໜ້າກົມ, ຮອງຫົວໜ້າກົມ ໃນວັນທີ 7 ສິງຫາ 2020, ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງ ຖວທ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ພ້ອມດ້ວຍພະນັກງານ- ລັດຖະກອນອ້ອມຂ້າງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນການປະກາດຄັ້ງນີ້, ຜູ້ທີ່ໄດ້ຮັບອະນຸມັດອອກພັກການ-ຮັບອຸດໜູນບຳນານອີງຕາມດຳລັດຂອງນາຍົກລັດຖະມົນຕີລວມມີ: ທ່ານ ບຸນ ເລື່ອນ ບຸບຜາ ຫົວໜ້າກົມຮ່ວມມືສາກົນ, ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ, ທ່ານ ຄຳພວງ ອິນທະວົງສີ ຫົວໜ້າກົມສິລະປະການສະແດງ, ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ທ່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາ, ທ່ານ ດວງຈິດ ສະຫວັດບຸນມີ ຫົວໜ້າບັນນາທິການໜັງສືພິມປະຊາຊົນ, ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ໄມ່ສິງ ຈັນບຸດດີ ຫົວໜ້າສະຖານບັນວິຈິດສິນແຫ່ງຊາດ, ທ່ານ ສູນທອນ ຄັນທະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ແລະ ທ່ານ ຕ່ວນມ່ວນຈັນ ຫົວໜ້າອຳນວຍການໂຮງຮຽນສິລະປະແຫ່ງຊາດ.

ຂະນະດຽວກັນ, ນາຍົກລັດຖະມົນຕີ ກໍໄດ້ອອກດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ວັນໄຊ ຕະວິນຍານ ເປັນຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ສົມສະຫວາດ ພົງສາ ເປັນຫົວໜ້າກົມສື່ມວນຊົນ, ທ່ານ ຄຳເພົ້າ ວັນນະວົງ ເປັນຫົວໜ້າກົມຮູບເງົາ, ທ່ານ ນາງ ດາລານີ ພົມມະວົງສາ ເປັນຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ທ່ານ ຄຳສຸກ ແກ້ວວົງຊາຍ ເປັນຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ ແລະ ທ່ານ ຄຳເຜີຍ ພິລາພາ ເປັນຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ.

ພ້ອມກັນນັ້ນ, ລັດຖະມົນຕີ ກະຊວງ ຖວທ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ທ່ານ ບົວໄລ ພານຸວົງ ເປັນຜູ້ວ່າການຫົວໜ້າຫ້ອງການ, ທ່ານ ຄຳພັນ ພົນທອງສີ ເປັນຜູ້ວ່າການຫົວໜ້າກົມສິລະປະການສະແດງ, ທ່ານ ຄົມ ດວງຈັນທາ ເປັນຜູ້ວ່າການຫົວໜ້າກົມໂຄສະນາການທ່ອງທ່ຽວ, ທ່ານ ຄຳຫຼ້າ ຍອຍສາ ຄຳ ເປັນຜູ້ວ່າການຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ວັນສີ ຈະເລີນສຸກ ເປັນຮອງຫົວໜ້າກົມສິລະປະການສະແດງ, ທ່ານ ວຽງພອນ ສຸກຂະວົງ ເປັນຜູ້ອຳນວຍການໂຮງຮຽນສິລະປະແຫ່ງຊາດ ແລະ ອະນຸມັດໃຫ້ ທ່ານ ບຸນມາ ເພັດສາວົງ ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວອອກພັກການ-ຮັບອຸດໜູນບຳນານ.

ໃນພິທີ ທ່ານ ກິແກ້ວ ໄຂຄຳ ພິທູນ ໄດ້ສະແດງຄວາມຊົມເຊີຍບັນດາສະຫາຍທີ່ໄດ້ຮັບອະນຸມັດອອກພັກການ-ຮັບອຸດໜູນບຳນານທີ່ມີຜົນງານ ແລະ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ວຽກງານໃນການພັດທະນາປະເທດຊາດຕະຫຼອດຫຼາຍປີທີ່ຜ່ານມາ. ພ້ອມກັນນັ້ນ, ກໍໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ເພື່ອສືບຕໍ່ພາລະກິດປະຕິວັດ ແລະ ສືບຕໍ່ນຳພາໜ້າທີ່ວຽກງານໃຫ້ສຳເລັດໜ້າທີ່ການເມືອງແນໃສ່ປະກອບສ່ວນສຳຄັນເຂົ້າໃນພາລະກິດຂອງພັກ-ລັດ ໃຫ້ບັນລຸເປົ້າໝາຍ.