ໃນ 6 ເດືອນທ້າຍປີ 2020, ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ສືບຕໍ່ໂຄສະນາລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກ, ຜົນຮ້າຍ ແລະ ຄວາມອັນຕະລາຍຂອງອຸບັດຕິເຫດເພື່ອເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຮັບຮູ້, ເຂົ້າໃຈ ແລະ ມີສະຕິຕື່ນຕົວປ້ອງກັນອຸບັດຕິເຫດຕາມທ້ອງຖະໜົນ ແລະ ເຮັດໃຫ້ການສັນຈອນໄປມາມີຄວາມເປັນລະບຽບຮຽບຮ້ອຍ.


ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ໃນຕໍ່ໜ້າ, ຈະຖືເອົາວຽກງານໂຄສະນາປູກຈິດສໍານຶກໃຫ້ທຸກຊັ້ນຄົນໃນສັງຄົມມີສ່ວນຮ່ວມໃນການແກ້ໄຂການຈະລາຈອນແອອັດ ແລະ ຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນເນັ້ນເຮັດໃຫ້ຜູ້ຂັບຂີ່ປະຕິບັດກົດລະບຽບເຂັ້ມງວດ ແລະ ເຮັດໃຫ້ການສັນຈອນສະດວກ ເຂົ້າສູ່ລະບົບລະບຽບເທື່ອລະກ້າວຜ່ານການເຄືອນໄຫວໂຄສະນາຕາມສໍານັກອົງການ, ຈຸດ 3 ແຍກ, 4 ແຍກ, ຜ່ານໂທລະພາບ, ວິທະຍຸ, ໜັງສືພິມ ແລະ ທາງອອນໄລເພື່ອອອກຂ່າວໂຄສະນາລະບຽບກົດໝາຍ ໂດຍສະເພາະວຽກງານຄວາມປອດໄພທາງຖະໜົນໃຫ້ທຸກຊັ້ນຄົນໃນສັງຄົມຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ. ຄຽງຄູ່ກັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ກວດກາການສັນຈອນ, ກວດທາດເຫຼົ້າ, ຈັບຄວາມໄວ ແລະ ວຽກງານອື່ນໆທີ່ປິ່ນອອ້ມ; ເຊິ່ງໄລຍະການປະຕິບັດໜ້າທີ່ໃນກໍລະນີພົບເຫັນລະເມີດເບື້ອງຕົ້ ຜູ້ຂັບຂີ່ຈະຖືກສຶກສາອົບຮົມ, ກ່າວເຕືອນ ແລະ ປະຕິບັດລະບຽບກົດໝາຍຢ່າງເຄັ່ງຄັດຕໍ່ຜູ້ທີ່ຝ່າຝືນ.


ໃນ 6 ເດືອນຕົ້ນປີຜ່ານມາ, ພະນັກງານກອງໂຄສະນາກໍໄດ້ສຸມໃສ່ວຽກງານຂອງຕົນຢ່າງຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ ເຊິ່ງໄດ້ ສ້າງແຜນ ແລະ ການເຄື່ອນໄຫວໂຄສະນາຕາມ ສາຍທາງ, ສໍານັກງານ, ອົງການ, ໂຮງຮຽນຕະຫຼອດຮອດ ຄຸ້ມບ້ານພາຍໃນນະຄອນຫຼວງວຽງຈັນ ທັງໝົດ 1.389 ຄັ້ງ. ໃນນີ້ ຜ່ານວິທະຍຸ, ໂທລະພາບ ແລະ ໜັງສືພິມ 31 ຄັ້ງ, ໂຄສະນາຕາມເສັ້ນທາງ 3 ແຍກ, 4 ແຍກ 12 ຄັ້ງ, ໂຄສະນາຕາມສໍານັກງານ-ອົງການ, ໂຮງຈັກ, ໂຮງງານ 14 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 2.429 ຄົນ ຍິງ 1.303 ຄົນ.

ຢ່າງໃດກໍຕາມ, ຜ່ານມາເຖິງຈະມີການໂຄສະນາຢ່າງຕໍ່ເນື່ອງບາງຄັ້ງກໍຍັງບໍ່ທົ່ວເຖິງ ແລະ ຖືກເປົ້າໝາຍຜູ້ໃຊ້ລົດ-ໃຊ້ຖະໜົນ ເຮັດໃຫ້ມີຜູ້ຂັບຂີີ່ເປັນຈໍານວນຫຼວງຫຼາຍລະເມີດກົດລະບຽບການສັນຈອນ ເຊັ່ນ: ຂັບຂີ່ລົດໃນສະພາບມືນເມົາ, ຂັບຂີ່ລົດໄວເກີນກໍານົດ, ປ່ຽນທິດທາງກະທັນຫັນ, ແຊງບໍ່ຮັບປະກັນຄວາມປອດໄພ, ບໍ່ປ່ອຍສິດ, ລ່ວງໄຟອຳນາດ, ປ້າຍຫ້າມ, ຈອດລົດຊະຊາຍ, ຂັບຂີ່ລົດເປັນພືງເປັນແພ ແລະ ອື່ນໆ. ນອກຈາກສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍແລ້ວ ຍັງພາໃຫ້ເກີດອຸບັດຕິເຫດເຮັດໃຫ້ເສຍຊີວິດເຖິງ 92 ຄົນ ໃນ 6 ເດືອນຕົ້ນປີ 2020 ທີ່ຜ່ານມາ.