ວັນທີ 7 ສິງຫາ 2020, ກົມຄຸ້ມຄອງພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການບໍລິຫານຈັດການອ່າງນ້ຳ, ການຜະລິດໄຟຟ້າຂອງເຂື່ອນໄຟຟ້ານ້ຳຕົກ ແລະ ກະກຽມແຜນຮັບມືສຸກເສີນ ໃນລະດູຝົນ 2020, ເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາກະຊວງ, ອົງການອ້ອມຂ້າງສູນກາງທີ່ກ່ຽວຂ້ອງ, ອົງການຈັດຕັ້ງສາກົນ, ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດໂຄງການເຂົ້າຮ່ວມ.

ທ່ານ ປອ ຄໍາມະນີ ອິນທິລາດ ກ່າວວ່າ: ປັດຈຸບັນນີ້, ສປປ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກໍາລັງຕິດຕັ້ງທັງໝົດ 9.972 ເມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ. ນອກຈາກນີ້, ພວກເຮົາຍັງມີໂຄງການໄຟຟ້າຖ່ານຫີນ 1, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນ 6 ແຫ່ງ; ມາຮອດປັດຈຸບັນນີ້, ເຫັນວ່າການບໍລິຫານຈັດການອ່າງນໍ້າມີລັກສະນະເອກະລາດ, ນິຕິກໍາຍັງບໍ່ພຽງພໍ, ບໍ່ມີສູນບັນຊານ້ໍາຂຶ້ນອ່າງໂຕ່ງ ແລະ ບໍ່ທັນມີສູນບັນຊານ້ໍາແຫ່ງຊາດ, ເຊິ່ງເປັນສາເຫດໜຶ່ງ ທີ່ເຮັດໃຫ້ການບໍລິຫານນ້ໍາໃນຊຸມປີຜ່ານມາພົບຄວາມຫຍຸ້ງຍາກຫຼາຍດ້ານ, ຍ້ອນການປະສານງານບໍ່ຕໍ່ເນື່ອງ, ຍັງບໍ່ທັນວາງແຜນຮ່ວມກັນໃນການນໍາໃຊ້ນ້ໍາຢ່າງຈິງຈັງ, ປະສົບການໃນການບໍລິຫານນ້ໍາມີຂີດຈໍາກັດ, ການແລກປ່ຽນຂໍ້ມູນ -ການວິເຄາະຂໍ້ມູນນ້ໍາຍັງບໍ່ຊັດເຈນ, ສັນຍາຊື້-ຂາຍໄຟຟ້າຕ່າງກັນ ແລະ ຕະຫຼາດຊື້-ຂາຍ ພະລັງງານໄຟຟ້າກໍຕ່າງກັນ, ການບໍລິຫານເປັນລັກສະນະໄລຍະສັ້ນ, ການວາງແຜນໄລຍະຍາວບໍ່ຊັດເຈນ, ສະພາບດິນຟ້າອາກາດກໍມີການປ່ຽນແປງຢ່າງຫຼວງຫຼາຍຖ້າທຽບກັບເມື່ອກ່ອນ; ບັນຫາດັ່ງກ່າວນີ້ເປັນບັນຫາຕົ້ນຕໍທີ່ເປັນອຸປະສັກ ໃນການບໍລິຫານອ່າງນ້ໍາຂອງບັນດາເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດ. ສະນັ້ນ, ຈຶ່ງເປັນສິ່ງທ້າທາຍຕໍ່ຄວາມປອດໄພເຂື່ອນ, ການປ້ອງກັນນ້ໍາຖ້ວມ, ປ້ອງກັນໄພແຫ້ງແລ້ງຕໍ່ກັບຂະແໜງການທີ່ນໍາໃຊ້ນໍ້າພໍສົມຄວນ.

ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວຕື່ມອີກວ່າ: ເພື່ອຮັບປະກັນໃຫ້ວຽກງານການບໍລິຫານຈັດການອ່າງນ້ໍາ, ການຜະລິດໄຟຟ້າຂອງເຂື່ອນໄຟຟ້ານ້ໍາຕົກ ແລະ ກະກຽມແຜນຮັບມືສຸກເສີນໃນລະດູຝົນ 2020 ມີປະສິດທິພາບໃນການຈັດຕັ້ງປະຕິບັດຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຫາວິທີທາງແກ້ໄຂຮ່ວມກັນເພື່ອຫຼີກລ່ຽງຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ສັງຄົມ ແລະ ກະກຽມຄວາມພ້ອມແຜນຮັບຮັບມື້ສຸກເສີນທຸກກໍລະນີເພື່ອໃຫ້ຫຼຸດຜ່ອນຄວາມສ່ຽງ, ຄວາມເສຍຫາຍທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ; ພ້ອມ ທັງເຮັດໃຫ້ການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ເຕີບໃຫຍ່ຂະຫຍາຍຕົວຕາມທິດທາງຍືນຍົງ, ສະອາດ, ສີຂຽວ, ຮັບປະກັນ ແລະ ປອດໄພຕໍ່ສິ່ງແວດລ້ອມ-ສັງຄົມ.