ສປປ ລາວ ກໍຄືຫຼາຍປະເທດໃນໂລກພວມປະເຊີນໜ້າກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດ ທີ່ມີທ່າອ່ຽງການແພ່ລະບາດເພີ່ມຂຶ້ນໃນແຕ່ລະປີ ແລະ ມັນໄດ້ກາຍເປັນຕົ້ນເຫດຂອງປະກົດການຫຍໍ້ທໍ້ດ້ານຕ່າງໆໃນສັງຄົມ, ເປັນບໍ່ເກີດແຫ່ງການກໍ່ອາຊະຍາກໍາ ແລະ ເປັນອຸປະສັກກົດໜ່ວງທ່ວງດຶງການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດເຮັດໃຫ້ຄົນລຸ້ນໜຸ່ມເຊິ່ງເປັນອະນາຄົດຂອງຊາດຕ້ອງຕົກເປັນທາດຂອງມັນ ແລະ ຍັງນໍາເອົາຄວາມຫາຍະນະມາສູ່ຊີວິດຄອບຄົວນໍາອີກ.

ປັດຈຸບັນ, ທົ່ວປະເທດຍັງມີຜູ້ທີ່ມີຄວາມສ່ຽງໃນການເສບຢາເສບຕິດປະເພດຕ່າງໆຈໍານວນຫຼາຍສິບພັນຄົນເຊິ່ງສ່ວນຫຼາຍແມ່ນ: ກຸ່ມຄົນຫວ່າງງານ, ຊາວໜຸ່ມ-ເຍົາວະຊົນ, ນັກຮຽນ-ນັກສຶກສາຕະຫຼອດຮອດພະສົງສໍາມະເນນ ແລະເຈົ້າໜ້າທີ່ຂອງລັດຈໍານວນໜຶ່ງ. ບັນຫາຢາເສບຕິດໄດ້ແຜ່ລາມແຕ່ຕົວເມືອງໄປສູ່ຊົນນະບົດໃນຫຼາຍລະດັບທີ່ແຕກຕ່າງກັນໂດຍກຸ່ມຄົນບໍ່ດີທີ່ລັກລອບຄ້າຂາຍ, ລໍາລຽງຂົນສົ່ງຢາເສບຕິດໄປທົ່ວທຸກຫົນແຫ່ງ. ສ່ວນຫຼາຍເປັນກຸ່ມແກ້ງອາຊະຍາກໍາທີ່ມີທັງຄົນລາວ ແລະ ຄົນຕ່າງປະເທດເຂົ້າຮ່ວມຂະບວນການເຊິ່ງພວກ ເຂົາໄດ້ພະຍາຍາມຊອກຫາທຸກວິທີທາງເພື່ອເຄື່ອນໄຫວລັກລອບ, ລໍາລຽງຂົນສົ່ງຢາເສບຕິດ ແລະ ສານເຄມີຈາກບໍລິເວນປະເທດໃກ້ຄຽງຜ່ານ ສປປ ລາວ ໄປຍັງປະເທດທີ່ 3 ໂດຍອາໄສຈຸດພິເສດທີ່ຕັ້ງພູມສັນຖານຢູ່ໃນແຕ່ລະທ້ອງຖິ່ນດ້ວຍຫຼາຍຮູບແບບວິທີການ.

ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວໃນກອງປະຊຸມວິທະຍາສາດເພື່ອປຶກສາຫາລືປະກອບຄໍາເຫັນໃສ່ແຜນຍຸດທະສາດຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ປີ 2020-2025, ວິໄສທັດຮອດ ປີ 2030 ໃນວັນທີ 6 ສິງຫາ ຜ່ານມາ ວ່າ: ໃນ 5 ປີຜ່ານມາ, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບໄດ້ເອົາໃຈໃສ່ປະຕິບັດມາດຕະການດ້ານກົດໝາຍໃນການສະກັດກັ້ນ ແລະ ຕ້ານຢາເສບ ຕິດຢ່າງມີຄວາມຕັ້ງໜ້າ; ໃນໄລຍະປີ 2015-2019 ທົ່ວປະເທດສາມາດມ້າງຄະດີຢາເສບຕິດ ໄດ້ 13.735 ເລື່ອງ,ຈັບຜູ້ຖືກຫາໄດ້ 20.221 ຄົນ ຍິງ 2.714 ຄົນ, ເປັນຄົນຕ່າງປະເທດ 403 ຄົນ, ສາມາດຢຶດຢາເສບຕິດປະເພດຢາເຮໂຣອິນໄດ້ 943,94 ກິໂລກຼາມ, ຄັນຊາ 10.653,53 ກິໂລກຼາມ, ຢາບ້າ 6.867,29 ກິໂລກຼາມ, ຢາໄອສ໌ 8.757,43 ກິໂລກຼາມ, ຢາຝິ່ນ 577,25 ກິໂລກຼາມ, ແປ້ງຝຸ່ນ
ປະສົມຢາເສບຕິດ 21.645,74 ກິໂລກຼາມ ແລະ ສານອື່ນໆອີກຈໍານວນໜຶ່ງ; ເຖິງແມ່ນວ່າເຈົ້າໜ້າທີ່ຈະເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໄດ້ຢ່າງຕໍ່ເນື່ອງກໍຕາມແຕ່ບັນຫາຢາເສບຕິດກໍບໍ່ມີທ່ວງທ່າທີວ່າຈະຫຼຸດລົງ.

ຈາກສະພາບການຄວາມເປັນຈິງ ແລະ ພາວະວິໄສດັ່ງກ່າວນັ້ນ ກະຊວງ ປກສ ໄດ້ສ້າງແຜນຍຸດທະສາດການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດຢູ່ ສປປ ລາວ ແຕ່ປີ 2020-2025 ວິໄສທັດຮອດ ປີ 2030 ຂຶ້ນມາເພື່ອປົກປັກຮັກສາຄວາມໝັ້ນຄົງຂອງຊາດ, ສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ-ຄວາມປອດໄພ ແລະ ເຮັດໃຫ້ສັງຄົມລາວ ປອດຢາເສບຕິດ; ໂດຍແຜນດັ່ງກ່າວແມ່ນໄດ້ວາງ 6 ຄາດໝາຍສູ້ຊົນຮອດປີ 2025 ໃນການສະກັດກັ້ນ ແລະ ຕ້ານຢາເສບຕິດຢູ່ລາວສະແດງອອກຄື:

  1. ສືບຕໍ່ປະຕິບັດທິດນໍາກ່ຽວກັບສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ໃນວຽກງານປ້ອງກັນຄວາມສະຫງົບ ໂດຍຕິດພັນກັບວຽກງານກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດຮອບດ້ານ, ສຸມໃສ່ຂະບວນການສ້າງບ້ານປອດຄະດີ, ບ້ານປອດຢາເສບຕິດ, ໂຮງຮຽນ-ສະຖາບັນການສຶກສາ, ໂຮງຈັກ-ໂຮງງານ,ສໍານັກງານ-ອົງການຕ່າງໆໃຫ້ປອດຢາ ເສບຕິດ.
  2. ເພີ່ມທະວີການໂຄສະນາ-ສຶກ ສາອົບຮົມ, ເຜີຍແຜ່ຜົນຮ້າຍ ແລະ ພິດໄພອັນຕະລາຍຈາກຢາເສບຕິດໂດຍຖືເອົາວຽກງານນີ້ເປັນວຽກງານພື້ນ
    ຖານ, ເຮັດເປັນປະຈໍາ ແລະ ເຮັດຢ່າງແຂງແຮງຕໍ່ເນື່ອງລົງຮອດເມືອງ, ບ້ານ, ໂຮງຮຽນ, ໂຮງຈັກ, ໂຮງງານ ແລະ ຊຸມຊົນ ໂດຍຫັນໃຫ້ເປັນຄວາມຮັບຜິດຊອບຂອງອໍານາດການປົກຄອງຂັ້ນທ້ອງຖິ່ນທຸກຂັ້ນ, ອົງການການຈັດຕັ້ງມະຫາຊົນ ແລະ ທົ່ວສັງຄົມ;
  3. ປັບປຸງບັນດາສູນປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບແກ່ຜູ້ຕິດຢາເສບຕິດຢູ່ບັນດາແຂວງໃຫ້ດີຂຶ້ນກວ່າເກົ່າ ໂດຍຫັນໃຫ້ມີສ່ວນຮ່ວມຂອງສັງຄົມ ເພື່ອຮັບປະກັນໃຫ້ຜູ້ທີ່ເຂົ້າໄປບໍາບັດປິ່ນປົວໄດ້ຝຶກວິຊາຊີບທີ່ຈໍາເປັນ ແລະ ສົມທົບວິທີການບໍາບັດໃນຊຸມຊົນໃຫ້ມີຄຸນນະພາບ, ສູ້ຊົນເກັບກໍາຂຶ້ນບັນຊີຈຳນວນຜູ້ຕິດຢາເສບຕິດຢູ່ໃນແຕ່ລະເມືອງ, ບ້ານ ໃຫ້ມັນຊັດເຈນຂຶ້ນກວ່າເກົ່າ.
  4. ໃຫ້ສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການໃນການປຸກລະດົມຂົນຂວາຍຊອກຫາແຫຼ່ງທຶນເຂົ້າໃສ່ບັນດາໂຄງການພັດທະນາທາງເລືອກແບບຍືນຍົງໃຫ້ແກ່ປະຊາຊົນທີ່ຢູ່ເຂດຊົນນະບົດ.
  5. ສຸມໃສ່ດໍາເນີນວຽກງານວິຊາສະເພາະຢ່າງເປັນລະບົບ ໂດຍສະເພາະແມ່ນວຽກງານສືບສວນຂັ້ນພື້ນຖານ, ວຽກງານສືບຄົ້ນຫາ, ວຽກງານຊັນນະສູດເປົ້າໝາຍລະແວງສົງໃສ, ວຽກງານສ້າງລາຍຄະດີວິຊາສະເພາະ, ວຽກງານສືບສວນ-ສອບສວນມ້າງບັນດາເຄືອຂ່າຍທີ່ມີລັກສະນະເປັນການຈັດຕັ້ງ, ພວກຫົວໂປ່ໂຕການໃນເຄືອຂ່າຍຄ້າຂາຍ, ການຜະລິດແລະ ຂົນສົ່ງຢາເສບຕິດຢູ່ໃນພື້ນທີ່ຫຼ່ໍແຫຼມຢູ່ບັນດາແຂວງ, ນະຄອນຫຼວງ, ເຂດຕົວເມືອງ, ເຂດຊາຍແດນຕິດຈອດລະຫ່ວາງປະເທດ, ເສັ້ນທາງບົກ, ທາງນ້ໍາ,ທ່າເຮືອ, ສະໜາມບິນ, ປະຕູດ່ານຊາຍແດນ, ໄປສະນີ, ບໍລິສັດທຸລະກິດ, ສະຖານທີ່ບັນເທີງ, ກາສີໂນ, ທະນາຄານ ແລະ ອື່ນໆຢ່າງມີຈຸດສຸມ;
  6. ເພີ່ມທະວີການຮ່ວມມືກັບສາກົນ ພ້ອມທັງປະຕິບັດພັນທະທີ່ ສປປ ລາວ ໄດ້ເປັນພາຄີຂອງສົນທິສັນຍາສາກົນ ໂດຍສະເພາະແມ່ນກັບບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ແລະ ເພີ່ມທະວີການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນການຕິດຕາມ, ກວດກາ, ຄວບຄຸມ, ຄຸ້ມ
    ຄອງການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດທີ່ນໍາໃຊ້ສານເຄມີຕົ້ນ ແລະ ສານກະຕຸ້ນຕໍ່ຈິດປະສາດຕ່າງໆໃຫ້ໄດ້ຢ່າງຮັດກຸມກ່ວາເກົ່າ.