ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ 3 ວັນປະຫວັດສາດ ຄື: ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 29 ປີ (15 ສິງຫາ 1991-15 ສິງຫາ 2020), ວັນຍຶດອໍານາດ 23 ສິງຫາ 1945 ແລະ 23 ສິງຫາ 1975-23 ສິງຫາ 2020) ແລະ ວັນປະກາດເອກລາດ 12 ຕຸລາ ຄົບຮອບ 75 ປີ (12 ຕຸ ລາ 1945-12 ຕຸລາ 2020 ປາຖະກະຖາໂດຍ ພັອ ປອ ວັນສົມ ສີສົມບັດ ຫົວໜ້າອໍານວຍການ ວສປ, ມີບັນດາຄະນະພັກ-ຄະນະອໍານວຍການ, ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັອ ປອ ວັນສົມ ສີສົມບັດ ໄດ້ຍົກໃຫ້ເຫັນສະພາບໂດຍຫຍໍ້ປະຫວັດມູນເຊື້ອໃນການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວັນສຳຄັນເຫຼົ່ານັ້ນ ໂດຍສະເພາະຄວາມໝາຍຄວາມສໍາຄັນຂອງວັນລັດຖະທໍາມະນູນແຫ່ງ ສປປ ລາວ, ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາເປັນ ສປປ ລາວ, ພັກໄດ້ວາງແນວທາງ ແລະ ນໍາພາປະຊາຊົນປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປີ 1968 ພັກໄດ້ວາງແນວທາງປ່ຽນແປງທາງດ້ານເສດຖະກິດ, ຫັນຈາກການຄຸ້ມຄອງລວມສູນບໍລິຫານເກື້ອກູນໄປສູ່ການຄຸ້ມຄອງຕາມກົນໄກຕະຫຼາດມີການໄລ່ລຽງເສດຖະກິດ ແລະ ມີການດັດສົມຂອງລັດ, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການແຫ່ງການປ່ຽນແປງໃໝ່ດັ່ງກ່າວຈຶ່ງມີຄວາມຈໍາເປັນຕ້ອງຫັນໄປສູ່ການຄຸ້ມຄອງລັດ ດ້ວຍລັດຖະທໍາມະນູນ ແລະ ກົດ ໝາຍຢ່າງເອກະພາບ, ດ້ວຍເຫດ ນັ້ນກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ( ປີ 1991 ) ຈຶ່ງໄດ້ພິຈາລະນາຮັບຮອງເອົາລັດຖະທໍາມະນູນສະບັບທໍາອິດຂອງ ສປປ ລາວ ເຊິ່ງໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991 ແລະ ກຳນົດເອົາວັນດັ່ງກ່າວ ເປັນວັນລ ັດຖະທຳມະນູນ ແຫ່ງ ສປປ ລາວ.

ສຳລັບວັນຍຶດອຳນາດ 23 ສິງຫາ ທ່ານໄດ້ຍົກໃຫ້ເຫັນວ່າ: ໃນປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນລາວເຮົາພາຍໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດ ລາວ ໄດ້ມີການຍຶດອໍານາດຈາກພວກຈັກກະພັດລ່າເມືອງຂຶ້ນ ແລະ ລູກມືຂອງພວກເຂົາເຖິງ 2 ຄັ້ງ ຄື: 23 ສິງຫາ 1945 ແລະ 23 ສິງຫາ 1975, ສອງເຫດການນີ້ແມ່ນເຫດການສໍາຄັນທາງປະຫວັດສາດ ຂອງຊາດລາວເຮົາທີ່ສະແດງໃຫ້ເຫັນມານະຈິດ ແລະ ມູນເຊື້ອແຫ່ງການຕໍ່ສູ້ຂອງຄົນລາວທຸກເຜົ່າ, ທຸກຊັ້ນຄົນທີ່ຮັກຊາດພາຍໃຕ້ການນໍາພາຂອງພັກ ເພື່ອຄວາມເປັນເອກະລາດຂອງຊາດ ແລະ ອິດສະຫຼະພາບຂອງຕົນດ້ວຍຈິດໃຈຍອມຕາຍດີກວ່າຍອມເປັນຂ້ອຍຂ້າຕ່າງຊາດ.

ກ່ອນໜ້ານີ້ 75 ປີ ຄືວັນທີ 12 ຕຸລາ 1945 ໄດ້ມີການໂຮມຊຸມນຸມໃຫຍ່ຢູ່ວຽງຈັນ ເພື່ອປະກາດຄວາມເປັນເອກະລາດຂອງຊາດເຮົາເປັນຄັ້ງທໍາອິດຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ ແລະ ພວກຮຸກຮາກຕ່າງຊາດ, ວັນດັ່ງກ່າວນັ້ນໄດ້ເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ອັນພິລະອາດຫານ, ດ້ວຍຄວາມສາມັກຄີ ແລະ ການເສຍສະລະອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນເຮົາພາຍໃຕ້ການນໍາພາຂອງພັກ ປະຊາຊົນປະຕິວັດລາວເຮົາ. ການປະກາດເອກະລາດໃນວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກ ໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດ ລາວ ກໍຄືຮັບຮູ້ອະທິປະໄຕ ເຂດນ້ຳແດນດິນຂອງປະເທດເຮົາ ແລະ ຮູ້ວ່າຊາດລາວ, ຄົນລາວກໍມີກຽດສັກສີເໝືອນຄົນຊາດອື່ນໆ.

ຍ້ອນແນວນັ້ນພວກເຮົາຈຶ່ງຖືເອົາວັນປະກາດເອກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ສຳຄັນຂອງຊາດ, ເປັນວັນແຫ່ງຄວາມ ເອກອ້າງທະນົງໃຈຕໍ່ສູ້ຢ່າງອາດຫານຊານໄຊຂອງປະຊາຊົນລາວ ຜູ້ຮັກຊາດ ຈົນສາມາດຍາດໄດ້ເອກະລາດມາສູ່ປະຊາຊົນລາວບັນດາເຜົ່າ ຈົນເຖິງທຸກວັນນີ້.