ກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄໝທີ X ໄດ້ໄຂຂຶ້ນໃນວັນທີ 11 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ເປັນປະທານໂດຍສະຫາຍ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຄະນະປະທານ, ແຂກຮັບເຊີນ, ຜູ້ຊົງຄຸນວຸດທິຈາກບັນດາແຂວງ, ນະຄອນຫຼວງ, ອົງການພາຄີ, ພະເຖຣານຸເຖຣະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ສະຫາຍ ປອ ໄຊສົມພອນ ພົມວິຫານ ກ່າວໄຂກອງປະຊຸມ ວ່າ: ກອງປະຊຸມດັ່ງກ່າວນີ້, ເປັນກອງປະຊຸມມ້ວນທ້າຍຂອງຄະນະກໍາມະການເປັນກາງແນວລາວສ້າງຊາດສະໄໝທີ X, ບັນດາຜູ້ແທນຈະໄດ້ພ້ອມກັນປຶກສາຫາລື, ຜ່ານເນື້ອໃນສໍາຄັນ ແລະ ຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນໃສ່ຮ່າງເອກະສານຈໍານວນໜຶ່ງເພື່ອກະກຽມໃຫ້ແກ່ກອງປະຊຸມຜູ້ແທນແນວລາວສ້າງຊາດທົ່ວປະເທດຄັ້ງທີ XI, ເຊັ່ນ: ຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານແນວລາວສ້າງຊາດ ປີ 2019-2020 ແລະ ທິດທາງແຜນການເຄື່ອນໄຫວ 2020-2021, ຜ່ານຮ່າງບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດລາຍງານຂອງບັນດາແນວລາວສ້າງຊາດແຂວງກ່ຽວກັບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ.

ນອກນັ້ນ, ກອງປະຊຸມ ສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ຍັງໄດ້ໃຫ້ຮູ້ວ່າ: 1 ປີຜ່ານມາ, ຄະນະກໍາມະການສູນກາງແນວລາວສ້າງຊາດທຸກຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ -ແນວຄິດໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ຄົນຕ່າງດ້າວທີ່ອາໄສຢູ່ໃນລາວ, ປະຊາຊົນລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ແລະ ປະຊາຊົນລາວບັນດາເຜົ່າດ້ວຍຮູບການລົງພົບປະຢ້ຽມຢາມ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເຊື່ອມຊຶມເອກະສານທີ່ສຳຄັນຂອງຂັ້ນເທິງ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ.

ນອກນັ້ນ, ຍັງໄດ້ຈັດການສໍາມະນາໃຫ້ບຸກຄະລາກອນການຈັດຕັ້ງຂົງເຂດອົງການແນວລາວສ້າງຊາດ; ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານແນວລາວສ້າງຊາດ, ວຽກງານຫ້ອງການ, ວຽກງານຊົນເຜົ່າ, ວຽກງານສາສະໜາ, ວຽກງານຈັດຕັ້ງ-ພະນັກງານ, ວຽກງານກວດກາ, ວຽກງານຊັ້ນຄົນ-ອົງການຈັດຕັ້ງທາງສັງຄົມ, ວຽກງານຂົນຂວາຍປະຊາຊົນ, ວຽກງານສ້າງຄອບຄົວ-ບ້ານສາມັກຄີປອງດອງໃຫ້ພະນັກງານສູນກາງແນວລາວສ້າງຊາດ, ແນວລາວສ້າງຊາດນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ; ເອົາໃຈໃສ່ຊຸກຍູ້-ຊີ້ນຳວຽກງານຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດຕິດພັນກັບການສ້າງບ້ານພັດທະນາດ້ວຍຮູບການຝຶກອົບຮົມວຽກງານດັ່ງກ່າວ, ຊຸກຍູ້, ຕິດຕາມ ແລະ ປະເມີນຂະບວນການດັ່ງກ່າວໃນແຕ່ລະໄລຍະ, ເຊິ່ງມາຮອດປັດຈຸບັນໃນທົ່ວປະເທດສາມາດ ຮັບຮອງເປັນຄອບຄົວສາມັກຄີໄດ້ຈຳນວນ 745.760 ຄອບຄົວ, ຮັບຮອງເອົາບ້ານສາມັກຄີປອງດອງໄດ້ 5.002 ບ້ານ ເທົ່າກັບ 59,38% ແລະ ຮັບຮອງເອົາເມືອງສາມັກຄີປອງດອງໄດ້ 4 ເມືອງ ຄື: ເມືອງເງິນ, ເມືອງພຽງ, ເມືອງທົ່ງມີໄຊ ແຂວງໄຊຍະບູລີ ແລະ ເມືອງທ່າພະບາດ ແຂວງບໍລິຄໍາໄຊ.

ແແສ່ວນທິດທາງແຜນການປີ 2020-2021, ຈະສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ -ແນວຄິດໃຫ້ພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າ, ຜູ້ຊົງຄຸນວຸດທິຕ່າງໆຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດດ້ວຍຫຼາຍຮູບແບບ ແລະ ວິທີການ ເປັນຕົ້ນ: ການເຜີຍແຜ່-ເຊື່ອມຊຶມເອກະສານຕ່າງໆທີ່ສຳຄັນ, ຈັດຕັ້ງ ການເລົ່າມູນເຊື້ອຂອງພັກ-ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ; ລົງພົບປະຢ້ຽມຢາມປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນຮາກຖານ, ບັນດາສາສະໜາ, ບັນດາຜູ້ຊົງຄຸນວຸດທິ-ອົງການຈັດຕັ້ງສັງຄົມນັບທັງຊາວລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ເພື່ອເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ແນວທາງຂອງພັກ, ແຜນພັດທະນາເສດຖະກິດຂອງລັດໃນແຕ່ລະໄລຍະຫຼາຍຂຶ້ນ, ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນ ເລື້ອຍໆ; ສືບຕໍ່ປະຕິບັດບັນດາມາດຕະການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ລັດຖະບານວາງອອກ; ສືບຕໍ່ຈັດຝຶກອົບຮົມວຽກງານເຜົ່າ, ສາສະໜາ, ຊັ້ນຄົນ, ການຈັດຕັ້ງ-ສັງຄົມ, ຈັດຕັ້ງ-ກວດກາ, ໂຄສະນາອົບຮົມ, ກອງທຶນ, ຄຸ້ມຄອງ-ບໍລິ ຫານ ຫ້ອງການ ແລະ ວຽກງານທີ່ປືກສາຫາລືຂົງເຂດຕ່າງໆທີ່ເຫັນວ່າມີການກ່ຽວຂ້ອງ.