ກົມຄຸ້ມຄອງການຜະລິດ-ທຸລະກິດ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ໄດ້ສະຫຼຸບຜົນສຳເລັດຂອງການຝຶກອົບຮົມວຽກງານວິຊາສະເພາະການຜະລິດ-ທຸລະກິດໃນກຳລັງປ້ອງກັນຄວາມສະຫງົບ ປະຈຳປີ 2019 ໃນອາທິດຜ່ານມາ, ເປັນປະທານໂດຍ ພັອ ໜູຈອນ ກ້ອນທອງດຳ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາສະຫາຍຄະນະຫ້ອງ, ກົມ, ໂຮງໝໍ 5 ເມສາ, ພະນັກງານທີ່ເຮັດວຽກງານການຜະລິດ-ທຸລະກິດໃນກຳລັງປ້ອງກັນຄວາມສະຫງົບທົ່ວປະເທດ ເຂົ້າຮ່ວມ.

ພັອ ພູທອນ ພົນໂພສີລາຫົງ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ໄດ້ຜ່ານບົດລາຍງານຫຍໍ້ຜົນສຳເລັດຊຸດຝຶກອົບຮົມວຽກງານວິຊາສະເພາະການຜະລິດ-ທຸລະກິດ ໃນກຳລັງປ້ອງກັນຄວາມສະຫງົບ ໃນຄັ້ງນີ້ວ່າ: ຊຸດຝຶກອົບຮົມວຽກງານວິຊາສະເພາະການຜະລິດ-ທຸລະກິດ ໄດ້ເປີດມາແຕ່ ວັນທີ 4 ສິງຫາ 2020 ແລະ ປິດລົງໃນວັນທີ 6 ສິງຫາ 2020, ມີນັກສໍາມະນາກອນເຂົ້າຮ່ວມ 124 ສະຫາຍທີ່ມາຈາກກົມກອງອ້ອມຂ້າງກະຊວງ, ປກສ ແຂວງ-ນະຄອນຫຼວງ ແລະ ຈາກກົມໃຫຍ່ພະລາທິການທັງໝົດ 54 ສະຫາຍ; ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າຮ່ຳຮຽນ 8 ເອກະສານສຳຄັນ ຄື: ເອກະສານການສ້າງຕັ້ງຫົວໜ່ວຍທຸລະກິດໃນກຳລັງປ້ອງກັນຄວາມສະຫງົບ, ການຄຸ້ມຄອງຫົວໜ່ວຍ ທຸລະກິດໃນກຳລັງປ້ອງກັນຄວາມສະຫງົບ, ການເກັບກຳສະຖິຕິການຜະລິດກົມກອງລວມໝູ່ໃນກຳລັງປ້ອງກັນຄວາມສະຫງົບ, ການຄຸ້ມ ຄອງບໍລິການຜະລິດປ້າຍລົດໃນ ກຳລັງປ້ອງກັນຄວາມສະຫງົບ, ການຜັນຂະຫຍາຍນະໂຍບາຍກະ ສິກຳສະອາດລົງສູ່ຮາກຖານການຜະລິດ, ການພັດທະນາການລ້ຽງງົວເປັນສິນຄ້າຂອງ ສປປ ລາວ, ການຄຸ້ມຄອງ ແລະ ພັດທະນາລັດວິສາຫະກິດໃນ ສປປ ລາວ ແລະ ເອກະສານກ່ຽວກັບນະໂຍບາຍສົ່ງເສີມການລົງທຶນ.

ຜ່ານການຝຶກອົບຮົມໃນໄລຍະເວລາ 2 ວັນ ເຫັນວ່າ ຄູສອນ ແລະ ນັກສຳມະນາກອນແຕ່ລະສະຫາຍແມ່ນໄດ້ພ້ອມກັນເອົາໃຈໃສ່ຮັບຟັງ ແລະ ຜັດປ່ຽນກັນຂຶ້ນປະກອບຄຳເຫັນຢ່າງກົງໄປກົງມາໃນຫຼາຍຫົວຂໍ້ ທັງນີ້ກໍເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເຮັດໃຫ້ບັນຍາກາດໃນການຝຶກອົບຮົມເຕັມໄປດ້ວຍບົດຮຽນອັນລໍ້າຄ່າທີ່ນັກສຳມະນາກອນແຕ່ລະສະຫາຍ ໄດ້ເຊື່ອມຊຶມກໍາແໜ້ນ ແລະ ນຳເອົາບົດຮຽນທີ່ຖອດຖອນໄດ້ໄປຈັດຕັ້ງປະຕິບັດຢູ່ກົມກອງຕົນໃນຕໍ່ໜ້າ. ພ້ອມກັນນັ້ນ ໃນຊຸດຝຶກອົບຮົມໄດ້ສຸມໃສ່ຊຸກຍູ້ໃຫ້ບັນດາກົມກອງຕ່າງໆທີ່ມີເງື່ອນໄຂ, ທ່າແຮງໃຫ້ຄົ້ນຄວ້າຊອກແຫຼ່ງລາຍຮັບຕ່າງໆ ບໍ່ວ່າຈະເປັນການລົງທຶນດ້ວຍກົມກອງ ຫຼື ຮ່ວມມືກັບພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ສາມາດເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້ເທື່ອລະກ້າວ.