ໃນວັນທີ 7 ສິງຫາ 2020, ຢູ່ທີ່ບ້ານຫ້ວຍໂຄນ ເມືອງວາປີ ແຂວງສາລະວັນ ໄດ້ມີພິທີປະກາດຮັບຮອງເອົາ 5 ບ້ານເປັນບ້ານປ້ອງກັນຄວາມສະຫງົບດີ; ໂດຍການເປັນປະທານຂອງ ພັທ ວິໄຊ ໄຊຍະບຸບຜາ ຮອງຫົວໜ້າກອງບັນຊາການ ປກສ ເມືອງວາປີ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ສຸດອນ ສອນດາລາ ປະທານແນວລາວສ້າງຊາດເມືອງ, ມີຮອງຫົວໜ້າກອງບັນຊາການ ປກສ ແຂວງ; ກອງບັນຊາການທະຫານເມືອງ-ກອງບັນຊາການ ປກສ ເມືອງ, ອຳນາດການປົກຄອງ, ແຂກຮັບເຊີນ, ກຳລັງ ປກຊ-ປກສ ບ້ານ ແລະ ປະຊາ ຊົນ 5 ບ້ານ ເຂົ້າຮ່ວມ.

ຕາງໜ້າຈາກ 5 ບ້ານ ໃນ ເມືອງວາປີ ຂຶ້ນຮັບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ
ຕາງໜ້າຈາກ 5 ບ້ານ ໃນ ເມືອງວາປີ ຂຶ້ນຮັບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ

ພັທ ສົມໄຊ ລາດສະພົງ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງໄດ້ຂຶ້ນຜ່ານຂໍ້ຕົກ ລົງຂອງທ່ານເຈົ້າແຂວງສາລະວັນ ເລກທີ 348/ຈຂ.ສວ ລົງວັນທີ 3 ມິຖຸນາ 2020 ວ່າດ້ວຍການຢັ້ງຢືນ ແລະ ຮັບຮອງເອົາ 5 ບ້ານ ທີ່ຂຶ້ນກັບເມືອງວາປີ ເປັນບ້ານຕົວແບບໃນການເຮັດວຽກງານປ້ອງກັນຄວາມສະຫງົບດີ ຄື: ບ້ານຫ້ວຍໂຄນ, ບ້ານມ່ວງ, ບ້ານນາພິມານ, ບ້ານກອງລື້ ນ້ອຍ, ບ້ານໜອງບົວ; ເຊິ່ງທັງ 5 ບ້ານ ມີພົນລະເມືອງທັງໝົດ 4.114 ຄົນ ຍິງ2.070 ຄົນ, ອາຍຸ 15 ປີ ຂຶ້ນໄປມີ 2.618 ຄົນ ຍິງ 1.329 ຄົນ, ມີ 703 ຫຼັງຄາເຮືອນ.

ໃນນັ້ນ, ຄະນະຕິດຕາມກວດກາໄດ້ຕັ້ງໜ້າເຄື່ອນໄຫວຊຸກຍູ້ການຈັດຕັ້ງ 7 ຂະແໜງການ ໃນ 5 ບ້ານ ໃຫ້ມີການ ປະກອບສ່ວນຢ່າງຫ້າວຫັນເຂົ້າໃນວຽກງານປ້ອງຊາດ-ປ້ອງກັນຄວາມຫງົບ; ໂດຍສະເພາະໄດ້ນຳເອົາມະຕິ, ຄຳສັ່ງ, ຂໍ້ຕົກລົງ ແລະ ເອກະສານຕ່າງໆທີ່ສຳຄັນນຳມາເຜີຍແຜ່ເຊື່ອມຊຶມໃຫ້ອຳນາດການປົກຄອງ ແລະ ປະຊາຊົນໄດ້ຮຽນຮູ້-ເຂົ້າໃຈຕໍ່ແນວທາງຂອງພັກ, ລະບຽບກົດໝາຍ ຂອງລັດຢ່າງຕໍ່ເນື່ອງ; ເປັນຕົ້ນແມ່ນການຊອກຮູ້ ແລະ ເກັບກຳທີ່ຕັ້ງຈຸດພິເສດຂອງບ້ານ, ສ້າງກົດລະບຽບຂອງບ້ານ, ກວດ ກາຄຸ້ມຄອງພາຫະນະອາຊີບພິເສດປະ ຊາຊົນແມ່ນຖືເອົາການເຮັດໄຮ່-ເຮັດນາ ເປັນອາຊີບຕົ້ນຕໍ, ປູກຝັງ-ລ້ຽງສັດ ແລະ ຄ້າຂາຍເປັນສຳຮອງ.

ທ່ານ ສຸດອນ ສອນດາລາ ລັ່ນຄ້ອງ 9 ບາດ ເພື່ອເປັນສີລິມົງຄຸນໃຫ້ແກ່ 5 ບ້ານ ເມືອງວາປີ
ທ່ານ ສຸດອນ ສອນດາລາ ລັ່ນຄ້ອງ 9 ບາດ ເພື່ອເປັນສີລິມົງຄຸນໃຫ້ແກ່ 5 ບ້ານ

ຄຽງຄູ່ກັນນັ້ນ, ຄະນະກຳມະການ ທີ່ກ່ຽວຂ້ອງຍັງໄດ້ສຸມໃສ່ຊຸກຍູ້ປະຊາຊົນຍົກສູງສະຕິຕື່ນຕົວ ແລະ ເຂົ້າຮ່ວມຂະ ບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆໃຫ້ຫຼຸດ ໜ້ອຍຖອຍລົງ; ດັ່ງນັ້ນ, ບ້ານຫ້ວຍໂຄນ, ບ້ານມ່ວງ, ບ້ານນາພິມານ, ບ້ານກອງລື້ນ້ອຍ, ບ້ານໜອງບົວ ຈຶ່ງຖືກຮັບຮອງ ເອົາ ແລະ ປະກາດນາມມະຍົດເປັນບ້ານ ຕົວແບບເຮັດວຽກງານປ້ອງກັນຄວາມ ສະຫງົບດີ ແລະ ໄດ້ມອບໃບຢັ້ງຢືນ-ຍ້ອງຍໍໃຫ້ທັງ 5 ບ້ານ, ໃຫ້ກຽດກ່າວມອບໂດຍ ທ່ານ ສຸດອນ ສອນດາລາ ພ້ອມລັ່ນຄ້ອງ 9 ບາດ ເພື່ອເປັນສີລິມົງຄຸນໃຫ້ແກ່ບ້ານດັ່ງກ່າວອີກດ້ວຍ.