ໃນວັນທີ 11 ສິງຫາ 2020, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມວຽກງານການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫແກ່ການກໍ່ການຮ້າຍ ໂດຍການເປັນປະທານ ຂອງ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະພັກ-ຄະນະນໍາ, ຫົວໜ້າ-ຮອງຫົວໜ້າກົມ, ພະແນກ, ຫ້ອງການ, ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ກ່າວວ່າ: ການຟອກເງິນແມ່ນການນໍາເອົາເງິນ ຫຼື ຊັບສິນທີ່ໄດ້ມາຈາກການກະທໍາຜິດ ຫຼື ໄດ້ມາໂດຍບໍ່ ຖືກຕ້ອງຕາມກົດໝາຍແລ້ວມາປ່ຽນສະພາບເປັນເງິນ ຫຼື ຊັບສິນທີ່ໄດ້ມາຢ່າງຖືກຕ້ອງເອີ້ນວ່າ: ຂັ້ນຕອນການດໍາເນີນການປ່ຽນ “ເງິນເປື້ອນໃຫ້ເປັນເງິນສະອາດ” ສ່ວນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແມ່ນການນໍາເອົາເງິນ ຫຼື ຊັບສິນສະໜັບສະໜູນ ເພື່ອໃຫ້ມີການກໍ່ການຮ້າຍໂດຍການນໍາເອົາເງິນ ຫຼື ຊັບສິນນັ້ນໃຫ້ແກ່ບຸກຄົນ, ກຸ່ມຄົນ, ການຈັດຕັ້ງ ຫຼື ອົງການກໍ່ການຮ້າຍທີ່ມີການກະທໍາທີ່ເປັນການກໍ່ການຮ້າຍດ້ວຍວິທີການໃດໜຶ່ງເອີ້ນວ່າ: ການເຄື່ອນໄຫວໂດຍເຈດຕະນາຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ເພື່ອພະຍາຍາມໃຫ້, ຮິບໂຮມ, ຈັດຫາທຶນທີ່ຖືກຕ້ອງ ຫຼື ບໍ່ຖືກຕ້ອງທັງໝົດ ຫຼື ບາງສ່ວນ ເພື່ອສະໜອງການກໍ່ການຮ້າຍ ຫຼື ຜູ້ກໍ່ການຮ້າຍ ຫຼື ການກະທໍາທີ່ພົວພັນກັບການກໍ່ການຮ້າຍໂດຍສະເພາະເຖິງວ່າທຶນນັ້ນຈະຖືກນໍາໃຊ້ ຫຼື ບໍ່ໄດ້ນໍາໃຊ້ເຂົ້າໃນວຽກງານກໍຕາມ.

ສະນັ້ນ, ການຈັດກອງປະຊຸມໃນຄັ້ງນີ້ກໍເພື່ອເຜີຍແຜ່ວຽກງານດັ່ງກ່າວໂດຍສະເພາະກົດໝາຍ, ລະບຽບການທີ່ກ່ຽວຂ້ອງ, ຄໍາສັ່ງແນະນໍາວ່າດ້ວຍການດໍາເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃຫ້ບັນດາທ່ານໃນນາມເປັນອົງການດໍາເນີນຄະດີອາຍາໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ຮຽກຮ້ອງບັນດາທ່ານໃຫ້ມີຄວາມຮັບຜິດຊອບສູງໃນການປຶກສາຫາລື ແລະ ແລກປ່ຽນຄໍາເຫັນໃສ່ວຽກງານການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບ.