ກອງປະຊຸມສະຫຼຸບວຽກງານເຕົ້າໂຮມບ້ານໂພນໄຊ ແລະ ບ້ານໂພນສະອາດ ເມືອງຫົງສາ ເປັນບ້ານດຽວກັນ
ກອງປະຊຸມສະຫຼຸບວຽກງານເຕົ້າໂຮມບ້ານໂພນໄຊ ແລະ ບ້ານໂພນສະອາດ ເມືອງຫົງສາ ເປັນບ້ານດຽວກັນ

ບ້ານໂພນໄຊ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານຂອງບ້ານຂຶ້ນເມື່ອບໍ່ດົນ
ມານີ້ ເພື່ອເກັບກຳຂໍ້ມູນກະກຽມເຕົ້າໂຮມບ້ານໂພນໄຊ ແລະ ບ້ານໂພນສະອາດ ເປັນບ້ານດຽວກັນ ໂດຍອີງຕາມຄຳສັ່ງແນະນຳເລກທີ 3 ຂອງກົມການເມືອງສູນກາງພັກ ລົງວັນທີ 30 ພຶດສະພາ 2011 ວ່າດ້ວຍການສ້າງບ້ານເປັນຫົວ ໜ່ວຍພັດທະນາ, ສ້າງບ້ານໃຫຍ່ໃຫ້ກາຍ ເປັນຕົວເມືອງນ້ອຍໃນຊົນນະບົດ; ມີທ່ານ ສົມຍົດ ອານຸວົງ ປະທານແນວລາວສ້າງຊາດເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ທ່ານ ຄຳພັນ ມະຫາວົງສະນັ່ນ ນາຍບ້ານໆໂພນໄຊ ໄດ້ລາຍງານ ໂດຍຫຍໍ້ ໃຫ້ຮູ້ວ່າ: ບ້ານໂພນໄຊ ຕັ້ງຢູ່ເທດສະ ບານເມືອງ ມີເນື້ອທີ່ທັງໝົດ 900 ກວ່າເຮັກຕາ, ມີພົນລະເມືອງທັງ ໝົດ 1.200 ກວ່າຄົນ ຍິງ 600 ກວ່າຄົນ, ມີ 200 ກວ່າຄອບຄົວ ແລະ ຈັດຕັ້ງເປັນ 20 ໜ່ວຍຄຸ້ມຄອງພົນລະເມືອງ, ປະກອບ ມີ 5 ໜ່ວຍງານ 17 ຈຸງານ, ມີແຮງ
ງານທັງໝົດ 1.000 ກວ່າແຮງງານ; ອາຊີບຕົ້ນຕໍຂອງປະຊາຊົນພາຍໃນບ້ານສ່ວນຫຼາຍແມ່ນເຮັດກະສິກຳ, ການຄ້າ-
ການບໍລິການ ແລະ ມີຄອບຄົວພະນັກງານຈຳນວນໜຶ່ງ.

ຜ່ານມາຄະນະພັກ-ອົງການປົກຄອງບ້ານ ໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ສະມາຊິກພັກ, ປະ
ຊາຊົນຊັ້ນຄົນຕ່າງໆ ພາຍໃນບ້ານ ໂດຍການນຳເອົາບັນດາແນວທາງ-ນະໂຍບາຍ ຂອງພັກ-ລັດ, ລະບຽບກົດໝາຍ, ມະຕິ, ຄຳສັ່ງ ແລະ ຂໍ້ກຳນົດຕ່າງໆ ຂອງຂັ້ນເທິງເຜີຍແຜ່ເຊື່ອມຊຶມ, ປະຊາຊົນມີລາຍຮັບ ສະເລ່ຍ 20,5 ລ້ານກີບຕໍ່ຄົນຕໍ່ປີ ເທົ່າກັບ 2.563 ໂດລາສາຫະລັດຕໍ່ຄົນຕໍ່ປີ, ລາຍຮັບສ່ວນໃຫຍ່ໄດ້ມາຈາກການຜະລິດ ກະສິກຳ, ການຄ້າ-ການບໍລິການ ແລະອື່ນໆ; ນອກຈາກນີ້, ຍັງມີກອງທຶນພັດທະນາບ້ານ ມີສະມາຊິກທັງໝົດ 526 ຄົນ, ມີເງິນຝາກທັງໝົດ 6.445 ລ້ານກວ່າກີບ ແລະ ປ່ອຍເງິນກູ້ແລ້ວ 6.400 ລ້ານກີບ ດ້ວຍອັດຕາດອກເບ້ຍ 2% ຕໍ່ເດືອນ ປັດຈຸບັນບ້ານມີເງິນສະສົມລວມທັງໝົດ 100 ລ້ານກີບ.