ຜ່ານການຈັດຕັ້ງປະຕິບັດຕີລາຄາຄັດເລືອກແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນປະຈໍາປີ 2019 ຂອງອົງຄະນະພັກກົມໃຫຍ່ການເມືອງກະຊວງ ປກສ ສາມາດເລືອກໄດ້ສະມາຊິກພັກແຂງກວມ ເອົາ 90,24%, ທຽບໃສ່ປີ 2018 ເພີ່ນຂຶ້ນ 4%.

ສະຫາຍ ພັອ ນາງ ວິໄລທອງ ມັງໜໍ່ເມກ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໃຫ້ຮູ້ໃນກອງປະຊຸມການຈັດຕັ້ງປະຕິບັດຂະບວນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນຂອງອົງຄະນະພັກກົມໃຫຍ່ການເມືອງ ປກສ ປະຈໍາປີ 2019 ໃນວັນທີ 11 ສິງຫາ 2020, ເປັນປະທານໂດຍ ສະຫາຍ ພົຈວ ຄໍາສາຍ ຈັນທະວົງ ຄະນະພັກກະຊວງ ຄະນະປະຈໍາພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາສະຫາຍຕາງໜ້າຈາກຄະນະພັກຮາກຖານກົມກອງອ້ອມຂ້າງກົມໃຫຍ່ການເມືອງ ເຂົ້າຮ່ວມ.


ໃນປີ 2019 ທົ່ວອົງຄະນະພັກກົມໃຫຍ່ການເມືອງ ປກສ ມີ 12 ໜ່ວຍພັກຮາກຖານ, ມີ 3 ຄະນະພັກຮາກຖານ, 11 ໜ່ວຍ ພັກທີ່ຂຶ້ນກັບ; ໃນນີ້, ໄດ້ຕີລາຄາການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ຈໍານວນ 23 ໜ່ວຍ ເຊິ່ງສາມາດເລືອກໄດ້ໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ຈໍານວນ 20 ໜ່ວຍພັກກວມເອົາ 87%, ໜ່ວຍພັກກາງ 3 ໜ່ວຍ ພັກກວມເອົາ 13%, ທຽບໃສ່ປີ 2018 ເພີ່ມຂຶ້ນ 2 ໜ່ວຍພັກ; ໄດ້ຕີລາຄາຄັດເລືອກແບ່ງປະເພດສະມາຊິກພັກເຊິ່ງມີສະມາຊິກພັກ ເຂົ້າຮ່ວມ 619 ສະຫາຍ ຍິງ 209 ສະຫາຍ, ບໍ່ໄດ້ຕີລາຄາຄັດເລືອກແບ່ງປະເພດ 8 ສະຫາຍ ຍິງ 5 ສະຫາຍ; ໃນນີ້ສາມາດຄັດເລືອກໄດ້ສະມາຊິກພັກແຂງກວມເອົາ 90,24%, ທຽບໃສ່ປີ 2018 ເພີ່ມຂຶ້ນ 4%, ສະມາຊິກພັກກາງ 58 ສະຫາຍ ຍິງ 24 ສະຫາຍ ກວມເອົາ 9,46% ທຽບໃສ່ປີ 2018 ເພີ່ມຂຶ້ນ 7%, ສະມາຊິກພັກອ່ອນ 2 ສະຫາຍ ຍິງ 1 ສະຫາຍ ກວມເອົາ 0,31% ທຽບໃສ່ປີ 2018 ຫຼຸດລົງ 0,02%.

ສຳລັບບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດຂະບວນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນຂອງອົງຄະນະພັກກົມໃຫຍ່ການເມືອງ ປກສ ໃນປີຜ່ານມາແມ່ນຕ້ອງສ້າງໃຫ້ໄດ້ຄະນະພັກ, ສະມາຊິກພັກເຂັ້ມແຂງ, ໃນນັ້ນ; ສະຫາຍເລຂາໜ່ວຍພັກເປັນຕົ້ນຕໍ, ຄະນະພັກ, ສະມາຊິກພັກຕ້ອງມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ມີລະດັບຄວາມຮູ້-ຄວາມສາມາດໃນລະດັບທີ່ແນ່ນອນເພື່ອນໍາພາປະຕິບັດແຜນການທີ່ວາງໄວ້; ການສຶກສາອົບຮົມການເມືອງ-ແນວຄິດຕ້ອງເຮັດໄປພ້ອມກັນທັງສາມດ້ານຄື: ທັງສຶກສາອົບຮົມການເມືອງ-ແນວຄິດ ແລ້ວນໍາໄປຈັດຕັ້ງປະຕິບັດຕົວຈິງຢ່າງເອົາການເອົາງານ, ສຶກສາອົບຮົມໃຫ້ມີການຕື່ນຕົວຕິດພັນກັບການນໍາ ໃຊ້ມາດຕະການດ້ານລະບຽບວິໄນຢ່າງເຂັ້ມງວດ, ສຶກສາອົບຮົມການເມືອງຕ້ອງຕິດພັນກັບການປະຕິບັດນະໂຍບາຍແກ້ໄຂຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈເພື່ອສ້າງຄວາມເຊື່ອໝັ້ນໃນສະມາຊິກພັກ.