ວັນທີ 12 ສິງຫາ 2020, ພັອ ນາງ ຄໍາພູ ສິດທິເສນ ຮອງຫົວຫນ້າ ກົມໂຄສະນາອົບຮົມ ກົມໃຫ່ຍການເມືອງກອງທັບ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວກວດກາຄວາມພ້ອມລະບົບເຄື່ອງຂະຫຍາຍສຽງຢູ່ວິທະຍາຄານກົມມະດໍາ ໃຫ້ກຽດຕ້ອນຮັບຂອງ ພັທ ປອ ສົມໄຫວ ແໜງໄຊຄູນ ຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດໍາ ພ້ອມຄະນະເຂົ້າຮ່ວມ.

ການລົງເຮັດວຽກຂອງຄະນະໃນຄັ້ງນີ້, ໄດ້ກວດກາການເຂົ້າຝຶກອົບຮົມກ່ຽວກັບລະບົບເຄື່ອງສຽງຕົວຈິງປະຈໍາພາກສະໜາມຂອງພະນັກງານ. ພ້ອມນັ້ນ, ພັຕ ຈັນສະໄໝ ໄຊສິນນະລາດ ວິຊາການເຕັກນິກເຄື່ອງສຽງຂອງກົມໂຄສະນາ ໄດ້ນໍາພາຄະນະໄປທ່ຽວຊົມການລົງເຮັດວຽກຕົວຈິງ ເປັນຕົ້ນແມ່ນເຄື່ອງຈັກໄຟຟ້າສໍາຮອງ, ລະບົບໄຟຟ້າພາກຄວບຄຸມສຽງຢູ່ຫ້ອງຄວບຄຸມ, ຫ້ອງສົ່ງສຽງພາກສະໜາມ ແລະ ລະບົບເດີນສາຍສົ່ງສັນຍານຕູ້ເຄື່ອງສຽງ. ຈາກນັ້ນ, ຄະນະທັງສອງຝ່າຍ ຍັງໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນກ່ຽວກັບລະບົບເຄື່ອງສຽງຮ່ວມກັນ.

ໃນໂອກາດດຽວກັນນັ້ນ, ພັອ ນາງ ຄໍາພູ ສິດທິເສນ ໄດ້ເນັ້ນໃຫ້ນັກສຳມະນາກອນທຸກສະຫາຍ ຈົ່ງເອົາໃຈໃສ່ເກັບກໍາບົດຮຽນ ແລະ ປະຕິບັດພາກຕົວຈິງໃຫ້ໄດ້ ເພື່ອກຽມພ້ອມຮັບໃຊ້ວຽກງານຕ່າງໆທີ່ສໍາຄັນຂອງພັກ-ລັດ ແລະ ພ້ອມກັນບໍາລຸງຮັກສາວັດຖຸພາຫະນະດັ່ງກ່າວທີ່ຂັ້ນເທິງມອບໝາຍໃຫ້ ສາມາດນໍາໃຊ້ໄດ້ຍາວນານ.

ຂຽນໂດຍ: ວັນນະເລດ ລໍວັນໄຊ