ວັນທີ 12 ສິງຫາ 2020, ພົຈວ ຄອນສະຫວັນ ມິງຈໍາປາບານ ຮອງຫົວໜ້າາກົມໃຫ່ຍເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນ ໄຫວກວດກາການຮັກສາພາຫະນະວັດຖຸເຕັກນິກຢູ່ວິທະຍາຄານກົມມະດໍາ ໂດຍໄດ້ຮັບຟັງການລາຍງານຈາກ ພັອ ສັງມະນີ ຈິດລະວົງ ຫົວໜ້າເຕັກນິກ ວິທະຍາຄານກົມມະດໍາ ກ່ຽວກັບວິທີ່ບົວລະບັດໃນການປົກປັກຮັກສາພາຫະນະວັດຖຸເຕັກນິກ.

ຈາກນັ້ນ, ພົຈວ ຄອນສະຫວັນ ມິງຈໍາປາບານບ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທີ່ໄດ້ ເຮັດໜ້າາທີ່ປົກປັກຮັກສາວັດຖຸເຕັກນິກດ້ວຍຄວາມເອົາໃຈໃສ່. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຜູ້ທີ່ຮັບຜິດຊອບວຽກງານດັ່ງກ່າວໃຫ້ເພີ່ມທະວີຄວາມຮັບຜິດຊອບໃນການຮັກສາ, ເຖິງຈະເກົ່າແຕ່ກໍຮັກສາໃຫ້ສະອາດ, ເຖິງຈະຂາດຈະຫ້ຽນກໍຈະຊ້ອມແປງບົວລະບັດໃຫ້ງາມ ເພື່ອຕອບສະໜອງກັບຄວາມຮ້ອງຮ້ອງຕ້ອງການຂອງໜ້າທີ່ວຽກງານໃຫ້ທັນກັບສະພາບການຕົວຈິງບົນພື້ນຖານຮັບປະກັນໃຫ້ແກ່ການຮັບໃຊ້ຂອງເຫຼົ່າຮົບວິຊາສະເພາະ ແລະ ເພື່ອຕອບສະໜອງເຂົ້າໃນການຫັດແອບຕົວຈິງຢູ່ພາກສະໜາມ.

ຂຽນໂດຍ: ນາງ ດວງມະລາ ວັນທານຸວົງ