ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ຈັດພິທີປາຖະກາຖາຫວນຄືນມູນເຊື້ອວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 29 ປີ ( 15 ສິງຫາ 1991 – 15 ສິງຫາ 2020 ), ວັນຍຶດອໍານາດ 23 ສິງຫາ ຄົບຮອບ 75 ປີ ແລະ ຄົບຮອບ 45 ປີ ( 23 ສິງຫາ 1945 ແລະ 23 ສິງຫາ 1975-23 ສິງຫາ 2020 ) ແລະ ວັນປະກາດເອກະລາດ ຄົບຮອບ 75 ປີ ( 12 ຕຸລາ 1945-12 ຕຸລາ 2020 ) ໃນວັນທີ 11 ສິງຫາ 2020 ນີ້, ປາຖະກະຖາໂດຍ ພັອ ປອ ທອງແດງ ຄຳພິທູນ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີພະນັກງານຫຼັກແຫຼ່ງຈາກ 4 ຫ້ອງ 3 ກອງພັນ ແລະ ກອງຮ້ອຍ ເອກະລາດຮ່ວມຮັບຟັງ.

ພັອ ປອ ທອງແດງ ຄໍາພິທູນ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນລັດຖະທຳມະນູນ ເຊິ່ງເປັນກົດໝາຍພື້ນຖານຂອງຊາດ, ທັງເປັນການຫັນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກປະຊາ ຊົນປະຕິວັດລາວ ມາເປັນກົດໝາຍພື້ນຖານຂອງລະບອບປະຊາທິປະໄຕ ປະຊາຊົນລາວ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າໃຫ້ຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່, ເພີ່ມທະວີຄວາມສາມັກຄີ ປວງຊົນລາວທັງຊາດ, ເຊີດຊູບົດບາດເປັນເຈົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ພັກກຳ ນົດໄວ້. ໃນດ້ານທາດແທ້ກໍ່ແມ່ນການສ້າງສະຕິຊາດເອກະພາບອັນໜຶ່ງອັນດຽວກັນ ພາຍໃຕ້ການນຳພາຂອງພັກ, ການປະກາດໃຊ້ລັດຖະທໍາມະນູນເປັນເຫດການເມືອງທີ່ສໍາຄັນຂອງຊາດ ທັງເປັນຂີດໝາຍໃໝ່ແຫ່ງການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍເທື່ອລະກ້າວ.

ວັນຍຶດອໍານາດ 23 ສິງຫາ 1945 ເກີດມາຈາກຄວາມມີນໍ້າໃຈຮັກຊາດ, ຄຽດແຄ້ນຕໍ່ການຮຸກຮານ ແລະ ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ ປະຊາຊົນລາວບັນດາເຜົ່າໄດ້ພ້ອມກັນລຸກຮື້ຂຶ້ນຕໍ່ສູ້ເພື່ອຄວາມເປັນເອກະລາດ, ເສລີພາບ ແລະ ຄວາມຢູ່ດີກິນດີຂອງຕົນໂດຍຂະບວນທໍາອິດແມ່ນເລີ່ມຈາກການລຸກຮື້ຂຶ້ນຕ້ານກັບພວກລ່າເມືອງຂຶ້ນຝຣັ່ງ ຂອງປະຊາຊົນແຂວງສະຫວັນນະເຂດພາຍໃຕ້ການນໍາພາຂອງພໍ່ກະດວດຜູ້ຮັກຊາດໃນປີ 1901 ແລະ ຂະບວນຕໍ່ສູ້ອື່ນໆ. ໃນໄລຍະຕໍ່ມາ ປີ 1930 ພັກກອມມູນິດອິນດູຈີນໄດ້ກໍາເນີດເກີດຂຶ້ນພາຍໃຕ້ ການນຳພາຂອງພັກປະຕິວັດດັ່ງກ່າວ, ການຕໍ່ສູ້ຂອງປະຊາຊົນລາວຈຶ່ງໄດ້ກ່າວເຂົ້າສູ່ໄລຍະໃໝ່ດ້ວຍ ຄຸນນະພາບໃໝ່, ພັກໄດ້ນໍາພາປະຊາຊົນລາວລຸກຮື້ຂຶ້ນຍຶດອໍານາດ ການປົກຄອງທົ່ວປະເທດໃນວັນທີ 23 ສິງຫາ 1945. ສໍາລັບ 23 ສິງຫາ 1975 ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງຖືກປະລາໄຊ, ຈັກກະພັດອາເມລິກາກໍໄດ້ເຂົ້າມາຮຸກຮານປະເທດລາວ. ຕໍ່ໜ້າສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງການຕໍ່ສູ້ເພື່ອຕີເອົາຊະນະຜູ້ຮຸກຮານ, ວັນທີ 22 ມີນາ 1955 ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກຈຶ່ງໄດ້ນໍາພາປະຊາຊົນລາວບັນດາເຜົ່າດໍາເນີນການຕໍ່ສູ້ກູ້ຊາດຢ່າງດຸເດືອດ ຂ້ຽວຂາດຈົນໄດ້ຮັບໄຊຊະນະ. ດັ່ງນັ້ນວັນທີ 23 ສິງຫາ ຈຶ່ງມີຄວາມໝາຍ-ຄວາມສໍາຄັນສໍາລັບປະຊາຊົນລາວທັງຊາດ ເຊິ່ງໄຊຊະນະດັ່ງກ່າວແມ່ນໝາກຜົນຂອງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານຂອງປະຊາຊົນລາວບັນດາເຜົ່າ.

ໃນກອງປະຊຸມຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ-ຄວາມສຳຄັນປະຫວັດສາດຂອງຊາດລາວເຮົາ 12 ຕຸລາ ຄົບຮອບ 75 ປີ ຍ້ອນວ່າມີຄວາມຊຸມນຸມໃຫຍ່ທີ່ວຽງຈັນເພື່ອປະກາດຄວາມເປັນເອກະລາດຂອງລາວເຮົາເປັນຄັ້ງທຳອິດຈາກແອກປົກຄອງຂອງ ພວກລ່າເມືອງຂຶ້ນ ແລະ ພວກຮຸກຮານຕ່າງຊາດ ວັນດັ່ງກ່າວນັ້ນໄດ້ເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ອັນພິລະອາດຫານ, ດ້ວຍຄວາມສາມັກຄີ ແລະ ການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນເຮົາພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວຂອງພວກເຮົາ.