ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2020, ເຂົ້າຮ່ວມໂດຍ ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ມີບັນດາຮາກຖານຊາວໜຸ່ມກົມກອງອ້ອມຂ້າງ ເຂົ້າຮ່ວມ.

ພັທ ປອ ວຽງໄຊ ທຳມະສິດ ເລຂາຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ກ່າວວ່າ: ໃນໄລຍະຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ໄດ້ຖືສຳຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວສະມາຊິກຊາວໜຸ່ມ-ເຍົາວະຊົນ ທົ່ວກົມໃຫຍ່ການເມືອງ ປກສ ດ້ວຍຫຼາຍເນື້ອໃນ, ຫຼາຍຮູບການ ແລະ ວິທີການ ເປັນຕົ້ນແມ່ນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ລະບຽບວິໄນຂອງກໍາລັງ ປກສ, ຄຸນສົມບັດສິນທໍາປະຕິວັດ, ມູນເຊື້ອອັນດີງາມຂອງຜູ້ນໍາພັກ-ລັດ ເພື່ອສ້າງເງື່ອນໄຂໃຫ້ສະມາຊິກຊາວໜຸ່ມທົ່ວກົມໃຫຍ່ການເມືອງ ປກສ ໄດ້ຮັບການຝຶກຝົນຫໍ່ຼຫຼອມທາງດ້ານຄຸນສົມບັດສິນທໍາປະຕິວັດ, ຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່ ໂດຍການນໍາພາສະມາຊິກຊາວໜຸ່ມເຂົ້າຮ່ວມການເຊື່ອມຊຶມມະຕິຄໍາສັ່ງ, ລະບຽບກົດໝາຍ, ຮັບຟັງປາຖະກະຖາເລົ່າມູນເຊື້ອວັນສໍາຄັນຕ່າງໆຂອງພັກ , ຂອງຊາດ, ຂອງກໍາລັງ ແລະ ເຂົ້າຮ່ວມຂະບວນການແຂ່ງຂັນກິລາ, ສິລະປະ ແລະ ວັນນະຄະດີຕ່າງໆ ທີ່ພັກ-ລັດ, ກົມກອງລວມໝູ່ຈັດຂຶ້ນ.

ໄປຄຽງຄູ່ກັບການເອົາໃຈໃສ່ລົງເລິກໃກ້ຊິດຕິດແທດຊີ້ນຳ-ນຳພາ, ແບ່ງຄວາມຮັບຜິດຊອບໃຫ້ອ້າຍນ້ອງສະມາຊິກຊາວໜຸ່ມ-ເຍົາວະຊົນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຫັນເຂົ້າສູ່ຂະບວນການຂອງວຽກງານຕົວຈິງໃຫ້ຫຼາຍໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກ ງານວິຊາສະເພາະຂອງກົມກອງ ກໍຄືວຽກງານອົງການຈັດຕັ້ງມະຫາຊົນໃຫ້ມີຜົນສໍາເລັດໜ້າທີ່ຕາມການມອບໝາຍ ຈາກການຈັດຕັ້ງຂັ້ນເທິງ ເພື່ອເປັນການຝຶກຝົນຫໍ່ຼຫຼອມຕົນເອງໃຫ້ມີຄວາມຮູ້, ຄວາມສາມາດ, ມີປະສົບການ ແລະ ມີຄວາມຊໍ້ານານເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຕົວຈິງ ດ້ວຍຄວາມຮັບຜິດຊອບສູງຕໍ່ຕົນເອງ ແລະ ການຈັດຕັ້ງຂັ້ນເທິງ.

ໃນຕໍ່ໜ້າ, ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ຢ່າງໜັກແໜ້ນ, ຊຸກຍູ້ສະມາຊິກຊາວໜຸ່ມເຂົ້າຮ່ວມຮ່ຳຮຽນເອກະສານສໍາຄັນຕ່າງໆຂອງຂັ້ນເທິງ, ກໍາແໜ້ນແນວທາງນະໂຍບາຍ ຂອງພັກ-ລະບຽບກົດໝາຍຂອງລັດ, ຍົກສູງສະຕິຕໍ່ການຈັດຕັ້ງປະຕິບັດລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມງວດ, ຫຼີກເວັ້ນບໍ່ໃຫ້ສະມາຊິກຊາວໜຸ່ມເຮັດຜິດຕໍ່ຮີດຄອງປະເພນີອັນດີງາມຂອງຊາດ ພ້ອມທັງປຸກລະດົມສະມາຊິກຊາວໜຸ່ມ ຢູ່ແຕ່ລະຂົງເຂດວຽກງານໃຫ້ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ມອບໝາຍໃຫ້ມີຄວາມຮັບຜິດຊອບສູງ, ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນ ເພື່ອເຮັດໃຫ້ຕົນເອງກາຍເປັນສະມາຊິກຊາວ ໜຸ່ມທີ່ດີ, ເປັນແບບຢ່າງໃຫ້ມະຫາຊົນ, ເປັນຜູ້ສືບທອດທີ່ດີໃນຕໍ່ໜ້າ.