ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ ( 13 ສິງຫາ 1950-13 ສິງຫາ 2020 ) ພັທ ພອນສະຫວັນ ອຸດົມເພັດ ຮອງຫົວໜ້າກົມສື່ມວນຊົນ ປກສ ກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບໄດ້ໃຫ້ທັດ ສະນະວ່າ: ໃນໄລຍະໃໝ່ນີ້, ສື່ສັງຄົມອອນລາຍໄດ້ເຂົ້າມາມີບົດບາດ ແລະ ເປັນທີ່ນິຍົມຂອງສັງຄົມຫຼາຍແຕ່ຂໍ້ມູນຂ່າວສານທີ່ລົງໃນສື່ອອນລາຍບາງຄັ້ງຍັງຂາດຄວາມຖືກຕ້ອງ, ດ້ວຍເຫດນັ້ນສື່ມວນຊົນເຮົາໂດຍສະເພາະສື່ສິ່ງພິມ, ສື່ເອເລັກໂຕຼນິກຂອງຫຼາຍໆພາກສ່ວນເວົ້າລວມເວົ້າສະເພາະສື່ມວນຊົນ ປກສ ຍິ່ງຕ້ອງເພີ່ມທະວີການພັດທະນາສື່ມວນຊົນໃຫ້ເປັນທີ່ນິຍົມຂອງສັງຄົມໂດຍມີການປັບປຸງເນື້ອໃນການນຳສະເໜີຂ່າວໃຫ້ສັ້ນກະທັດຮັດ, ຄົບຖ້ວນສົມບູນ ແລະ ອັດແໜ້ນໄປດ້ວຍຄວາມຖືກຕ້ອງ, ຊັດເຈນ.

ພັທ ພອນສະຫວັນ ອຸດົມ ເພັດ ກ່າວວ່າ: ປັດຈຸບັນ, ສື່ສັງຄົມອອນລາຍໄດ້ມີບົດບາດສຳຄັນ ແລະ ສົ່ງຜົນກະທົບໂດຍກົງຕໍ່ສື່ດັ້ງເດີມ ເຊັ່ນ: ການບໍລິໂພກຂໍ້ມູນຂ່າວສານ, ການບໍລິການຕ່າງໆທີ່ສັງຄົມເຄີຍຊົມໃຊ້ຜ່ານໜັງສືພິມ, ວິທະຍຸ ແລະ ໂທລະພາບໄດ້ຫຼຸດລົງ, ຍ້ອນວ່າການເຂົ້າມາຂອງສື່ສັງຄົມອອນລາຍມີຄວາມງ່າຍດາຍ, ວ່ອງໄວ, ທັນເຫດການ, ກວ້າງຂວາງໂດຍບໍ່ມີຂອບເຂດຈຳກັດ, ການເຜີຍແຜ່ຂໍ້ມູນຂ່າວສານທາງສື່ອອນລາຍແມ່ນມີອິດສະລະເຮັດໃຫ້ບຸກຄົນ, ກຸ່ມຄົນບໍ່ດີສວຍໃຊ້ໃນການເຜີຍແຜ່ຂໍ້ມູນຂ່າວສານ, ລັກສະນະຫຼອກລວງ, ຂັດກັບຄວາມຈິງ, ສິນທຳ, ວັດທະນະທຳ ແລະ ແນວທາງການເມືອງ, ສາມາດເປັນເຄື່ອງມືປຸກລະດົມ, ສ້າງຄວາມຂັດແຍ່ງລະຫວ່າງບຸກຄົນ, ກຸ່ມຄົນ, ອາດສ້າງຄວາມເສຍຫາຍທາງດ້ານຊັບສິນ, ຮ່າງກາຍ ແລະ ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມຕາມມາ.

ເພື່ອເຮັດໃຫ້ສື່ດັ້ງເດີມເຮົາຢູ່ຄົງຕົວໃນຍຸກທີ່ສື່ສັງຄົມອອນລາຍເຂົ້າມາມີບົດບາດ; ໂດຍສະເພາະແມ່ນສື່ສິ່ງພິມໃນຫຼາຍໆພາກສ່ວນຄວນໄດ້ເພີ່ມທະວີໃນການປັບປຸງໂດຍສະເພາະຕ້ອງໄດ້ເຮັດຄວບຄູ່ໄປພ້ອມການເຮັດໜັງສືພິມເຈ້ຍ ແລະ ເຮັດໜັງສືພິມເອເລັກໂຕຼນິກໄປພ້ອມກັນ ( ສ້າງເພຈເຟສບຸກ, ສ້າງເວັບໄຊ ); ສຳລັບສື່ເອເລັກໂຕຼນິກໂທລະພາບ-ວິທະຍຸ ກໍຄວນມີຊ່ອງຢູ່ທູບ, ເວັບໄຊ, ເພຈເຟສບຸກ ເຊິ່ງຈະສາມາດນຳສະເໜີຂໍ້ມູນຂ່າວຜ່ານສື່ເອເລັກໂຕນິກແບບໃໝ່ຜ່ານເຄືອຂ່າຍອິນເຕີເນັດ ເຮັດໃຫ້ຜູ້ບໍລິໂພກຂໍ້ມູນຂ່າວສານສາມາດເຂົ້າເຖິງໄດ້ໄວ, ງ່າຍ ແລະ ກວ້າງຂວາງກວ່າເກົ່າ.

ອັນສຳຄັນອີກຢ່າງແມ່ນຕ້ອງໄດ້ປັບປຸງບຸກຄະລາກອນໂດຍຍົກສູງລະດັບຄວາມຮູ້ທາງດ້ານເຕັກໂນໂລຊີວິທະຍາສາດໃຫ້ສາມາດເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ ແລະ ສາມາດນຳສະເໜີໃຫ້ກວ້າງຂວາງ, ວ່ອງໄວ; ສື່ສິ່ງພິມຕ້ອງໄດ້ຮັກສາບົດບາດໃນການເປັນສື່ຫຼັກໂດຍສະເພາະທາງດ້ານເນື້ອໃນໃຫ້ ແຫຼມຄົມ ແລະ ຄົບຖ້ວນສົມບູນແຕ່ມີລັກສະນະທີ່ສັ້ນກະທັດຮັດໂດຍແມ່ນຂໍ້ມູນທີ່ໄດ້ຮັບການຢັ້ງຢືນຈາກວິຊາສະເພາະ ຫຼື ອົງການທີ່ກ່ຽວຂ້ອງໃນການຢັ້ງຢືນໃຫ້ຂໍ້ມູນຂ່າວສານ ແລະ ສາມາດເຊື່ອຖືໄດ້ເຮັດໃຫ້ສັງຄົມກັບກ້າວເຂົ້າ ມາບໍລິໂພກຂໍ້ມູນຂ່າວສານຂອງສື່ສິ່ງພິມຕື່ມອີກ.