ຈໍາເລີຍ ຊື່ທ້າວ ຈິດ ອາຍຸ 33 ປີ, ຢູ່ບ້ານຫ້ວຍອອນ ແລະ ທ້າວ ວຽງຄໍາອາຍຸ 39 ປີ ບ້ານໂຮມໄຊ ເມືອງນາໝໍ້ ແຂວງອຸດົມໄຊ; ທັງສອງຄົນຮ່ວມກັນຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຖືກຄະນະສານອາຍາຂັ້ນຕົ້ນແຂວງອຸ ດົມໄຊ ຕັດສິນລົງໂທດຈໍາຄຸກ ຜູ້ລະ 5 ປີພ້ອມທັງປັບໃໝ.

ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ ຖະແຫຼງໃນວັນທີ 30 ກໍລະກົດ ໃຫ້ຮູ້ວ່າ: ທ້າວ ຈິດ ແລະ ທ້າວ ວຽງຄຳ ຈໍາເລີຍ ໄດ້ຮ່ວມກັນຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງແທ້, ເຊິ່ງສະແດງອອກໃນເວລາກັກຕົວ ທ້າວ ຈິດ ໄດ້ພົບເຫັນຢາບ້າຈໍານວນ 98 ເມັດ ນ້ໍາໜັກ
9,3 ກຼາມ ທ້າວ ວຽງຄໍາ ກວດພົບເຫັນຢາບ້າຈໍານວນ 2 ຖົງ ມີຈໍານວນ 400 ເມັດ ນ້ໍາໜັກ 38,1 ກຼາມ ຕາມບົດບັນທຶກການກັກຕົວ ຢັ້ງ ຢືນວ່າ: ວັນທີ 31ທັນວາ 2019, ທ້າວ ຢາງ ອາຍຸປະມານ 38 ປີ ( ບໍ່ຮູ້ທີ່ຢູ່ ) ໄດ້ໂທລະສັບມາຫາ ທ້າວ ວຽງຄໍາ ວ່າ: ຕ້ອງການຊື້ຢາບ້າ, ມີຈໍານວນ 2 ຖົງ ກັບ 100 ເມັດ. ແຕ່ຕົນເອງຕອບວ່າ: ບໍ່ມີເງິນຊື້, ທ້າວ ຢາງ ເວົ້າຕື່ມວ່າ: ຖ້າຂາຍຢາບ້າຈໍານວນດັ່ງກ່າວໝົດ ຈະແບ່ງເປີເຊັນໃຫ້ ແລະ ຕົນເອງ ຈຶ່ງໄປຮັບເອົາຢາບ້ານໍາ ທ້າວ ຢາງ ຢູ່ເຂດກໍ່ສ້າງເສັ້ນທາງລົດໄຟ ບ້ານໂຮມໄຊ; ໃນເວລາຮັບເອົາຢາບ້ານໍາທ້າວ ຢາງນັ້ນ, ທ້າວ ຈິດ ໄດ້ໂທລະສັບຖາມຊື້ຢາບ້າຈໍານວນ 100 ເມັດ ພ້ອມທັງບອກໃຫ້ ທ້າວ ວຽງຄໍາ ໄປສົ່ງຢູ່ສວນຢາງພາລາ ເຂດບ້ານຫ້ວຍອອນ. ຈາກນັ້ນ, ທ້າວ ວຽງຄໍາ ກໍເອົາຢາບ້າຈໍານວນ 2 ຖົງ ກັບ 100 ເມັດ ໃສ່ຖົງເສື້ອເບື້ອງຊ້າຍ ໄປຂາຍໃຫ້ທ້າວ ຈິດ ຈໍານວນ 100 ເມັດ ເພື່ອໄວ້ເສບ ແລະ ຂາຍເອົາກໍາໄລ, ພາຍຫຼັງໄດ້ຢາບ້າ ແລ້ວທ້າວ ຈິດ ກໍເອົາມາເສບ ຈໍານວນ 2 ເມັດ ຍັງເຫຼືອຈໍານວນ 98 ເມັດ ໄດ້ເອົາໄວ້ຖົງເສື້ອເບື້ອງຊ້າຍ; ຮອດເວລາ 21:00 ໂມງຂອງວັນດຽວກັນ, ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄປສອບສວນ ແລະ ໄດ້ຊັດທອດຫາທ້າວ ວຽງຄໍາ.
ທ້າວ ວຽງຄໍາ ໄດ້ຍ່າງກັບໄປຫາ ທ້າວ ຢາງ ເພື່ອເອົາເງິນທີ່ໄດ້ຈາກການຂາຍຢາບ້າມາແບ່ງປັນກັນ ແລ້ວກໍກັ ເມືອນອນຢູ່ເຮືອນ, ມື້ຕໍ່ມາ, ທ້າວ ວຽງຄໍາ ໄດ້ເອົາຢາບ້າຈໍານວນ 2 ຖົງ ເທົ່າກັບ 400 ເມັດ ຍ່າງອອກໄປເຂດກໍ່ສ້າງເສັ້ນທາງລົດໄຟ ເພື່ອຈະໄປຊອກຂາຍໃຫ້ພາກສ່ວນເສບທີ່ເປັນກໍາມະກອນກໍ່ສ້າງ ຈຶ່ງຖືກເຈົ້າໜ້າທີ່ກວດພົບ ແລະ ກັກຕົວ ພ້ອມຂອງກາງໄປດໍາເນີນຄະດີ.

ສະນັ້ນ, ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ການກະທໍາຂອງພວກກ່ຽວ ເປັນການຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ, ເຊິ່ງການກະທໍາດັ່ງກ່າວ ເປັນການກະທໍາຜິດທີ່ແຕະຕ້ອງຕໍ່ປະມວນກົດໝາຍອາຍາ ໃນໝວດທີ 8 ການກະທໍາຜິດກ່ຽວກັບຢາເສບຕິດ ສະແດງອອກ ຄື: ທ້າວ ວຽງຄໍາ ໄດ້ຮັບຢາບ້າຈາກທ້າວ ຢາງ ຈໍານວນ 2 ຖົງ ກັບ 100 ເມັດ ມີຈໍານວນ 500 ເມັດ ແລ້ວມາຂາຍໃຫ້ ທ້າວ ຈິດ ຈໍານວນ 100 ເມັດ ເພື່ອເອົາກໍາໄລ ແລະ ທ້າວ ຈິດ ກໍຮັບວ່າ ໄດ້ຊື້ຢາບ້ານໍາ ທ້າວ ວຽງຄໍາ ຈໍານວນ 100 ເມັດແລະ ໄດ້ເສບແລ້ວ ຈໍານວນ 2 ເມັດ ຍັງເຫຼືອ 98 ເມັດ ເພື່ອມາໄວ້ເສບ ແລະ ຂາຍເອົາກໍາໄລ. ຕໍ່ກັບຢາບ້າຈໍານວນດັ່ງກ່າວ, ອີງຕາມໃບຢັ້ງຢືນຜົນການພິສູດ-ວິໄຈຢາເສບຕິດຂອງພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ ອຸດົມໄຊ ແມ່ນບັນຈຸສານເສບຕິດແທ້, ເຊິ່ງເປັນການກະທໍາຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 315 ວັກ 1 ການຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນ ຄອບຄອງ.

ເຫັນວ່າ: ພວກຈໍາເລີຍ ເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາ ສາມາດຮັບຮູ້ໄດ້ເຖິງຜົນສະທ້ອນຂອງການກະທໍາຂອງພວກຈໍາເລີຍວ່າ: ການຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຖືເປັນສິ່ງທີ່ຜິດຕໍ່ກົດໝາຍ ແຕ່ພວກຈໍາເລີຍກໍຍັງມີເຈດຕະນາກະທໍາຜິດ ເພື່ອຫວັງຜົນປະໂຫຍດໂດຍບໍ່ຖືກຕ້ອງຕາມ; ນອກນັ້ນ, ເວລາກັກຕົວ ທ້າວ ຈິດ ມີໂທລະສັບ 1 ໜ່ວຍ ແລະ ທ້າວ ວຽງຄໍາມີໂທລະສັບ 1 ໜ່ວຍ ທີ່ໄດ້ນໍາໃຊ້ ເພື່ອຕິດຕໍ່ສື່ສານໃນການຊື້ຂາຍຢາບ້ານໍາກັນ ແລະ ທ້າວ ວຽງຄໍ ກໍຍັງນໍາໃຊ້ຕິດຕໍ່ຊື້-ຂາຍຢາບ້ານ ທ້າວ ຢາງ ພ້ອມທັງເງິນທີ່ໄດ້ຈາກການຂາຍຢາບ້າ ແມ່ນຄະນະສານອາຍາຂັ້ນຕົ້ນຂອງສານປະຊາຊົນ ແຂວງອຸດົມໄຊ ຕັດສິນຮິບເຂົ້າເປັນຂອງ ລັດ ຕາມປະມວນກົດໝາຍອາຍາ ມາດຕາ 53 ວັກ 1. ສ່ວນທ້າວ ຢາງ ອາຍຸ ປະມານ 30 ປີ ບໍ່ຮູ້ທີ່ຢູ່ທີ່ ທ້າວ ວຽງຄໍາ ຊັດທອດຫາວ່າເປັນຜູ້ເອົາຢາບ້າມາຂາຍໃຫ້ໃນຄັ້ງນີ້ ແລະ ຊັດທອດເຖິງພາກສ່ວນເສບຢາບ້າທີ່ໄດ້ຊື້ຢາບ້ານໍາພວກຈໍາເລີຍຫຼາຍຄັ້ງເພື່ອມາເສບ ແລະ ທາງເຈົ້າໜ້າທີ່ ຍັງບໍ່ສາມາດນໍາຕົວພວກກ່ຽວມາດໍາເນີນຄະດີໄດ້ ເນື່ອງຈາກວ່າ ບໍ່ຮູ້ປະຫວັດ, ທີ່ຢູ່ ແລະ ຂໍ້ມູນອັນແນ່ນອນ.

ດ້ວຍເຫດນີ້, ຄະນະສານອາຍາຂັ້ນຕົ້ນ ຂອງສານປະຊາຊົນແຂວງອຸດົມໄຊ ຈຶ່ງໄດ້ຄົ້ນຄວ້າພິຈາລະນາຕັດສິນລົງໂທດພວກຈໍາເລີຍ ຄື: ທ້າວ ຈິດ ແລະ ທ້າວ ວຽງຄໍາ ຜູ້ລະ 5 ປີ ແລະ ປັບໃໝຜູ້ລະ 10.000.000 ກີບ.