ໄລຍະຜ່ານມາ, ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນໄດ້ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ວຽກງານຕ້ານການຄ້າມະນຸດພາຍໃນເມືອງຢ່າງເຂັ້ມງວດ ແລະ ຮັບປະກັນສິດຂອງຜູ້ຖືກເຄາະຮ້າຍ ໃນນັ້ນ, ໄດ້ຮັບຄໍາຮ້ອງຟ້ອງ-ແຈ້ງຄວາມທັງໝົດ 4 ຄັ້ງ ພ້ອມທັງດໍາເນີນຄະດີສໍາເລັດຕາມຄາດໝາຍ.

ກອງປະຊຸມຕິດຕາມ ແລະ ຊຸກຍູ້ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດທີ່ຈັດຂຶ້ນໃນ ວັນທີ 13 ສິງຫາ 2020, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນວັນ ຈະສົ່ວເກົ້າ ຮອງເຈົ້າເມືອງໆໄຊທານີ ແລະ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ປກສ ກຸ່ມບ້ານອ້ອມຂ້າງເມືອງ, ພະນັກງານ-ນັກຮົບ ເຂົ້າຮ່ວມ; ພັທ ສົມຫວັງ ທອງປະດິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ກ່າວວ່າ: ໄລຍະຜ່ານມາໄດ້ເອົາໃສ່ຈັດຕັ້ງປະຕິບັດ-ຕິດຕາມວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດຢູ່ພາຍໃນເມືອງຢ່າງຕັ້ງໜ້າເປັນຕົ້ນແມ່ນວຽກງານການດໍາເນີນຄະດີຄ້າມະນຸດໄດ້ຖືເອົາຜູ້ຖືເຄາະຮ້າຍເປັນໃຈກາງ ເພື່ອຮັບປະກັນສິດຂອງຜູ້ທີ່ຖືກກະທົບຕາມດ້ວຍກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການຄ້າມະນຸດ, ສົນທິສັນຍາອື່ນໆເພື່ອເຮັດໃຫ້ວຽກງານດໍາເນີນຄະດີມີຄວາມຊັດເຈນ, ວ່ອງໄວ ແລະ ຍຸຕິທໍາໂດຍການຕິດຕາມ, ຄຸ້ມຄອງບັນດາຈຸດຫຼ່ໍແຫຼມທີ່ມີຄວາມສ່ຽງລົງເກັບກໍາສະຖິຕິຢູ່ບັນດາໂຮງແຮມ 27 ແຫ່ງ, ເຮືອນພັກ 24 ຫຼັງ, ຮ້ານອາຫານ-ກິນດື່ມ 117 ຮ້ານ, ຮ້ານຄາຣາໂອເກະ 98 ຮ້ານ, ຮ້ານເສີມສວຍ 25 ຮ້ານ ໃນນີ້ເປົ້າໝາຍທີ່ມີການຄ້າ-ຂາຍປະເວນີແມ່ນຮ້ານກິນດື່ມບັນເທີງ 86 ແຫ່ງ; ສະແດງອອກໃນປີ 2019 ຜ່ານມາໄດ້ຮັບຄໍາຮ້ອງຟ້ອງ, ແຈ້ງຄວາມຈາກຜູ້ປົກຄອງ ແລະ ຜູ້ຖືກເຄາະຮ້າຍຈໍານວນ 4 ເລື່ອງພ້ອມທັງດໍາເນີນຄະດີສຶກສາອົບຮົມຄະດີຄ້າປະເວນີ 2 ເລື່ອງ, ຄະດີຄ້າມະນຸດ 2 ເລື່ອງ ແລະ ດໍາເນີນຄະດີກະທໍາຊຳເລົາເດັກ 3 ເລື່ອງ.

ໃນຕໍ່ໜ້າ, ຈະສືບຕໍ່ລົງຕິດຕາມ, ກວດຄົ້ນຢູ່ບັນດາຮ້ານທີ່ມີຄວາມສ່ຽງພ້ອມທັງໂຄສະນາ, ເຜີຍແຜ່ບັນດາກົດໝາຍ ແລະ ສະໜອງຂໍ້ມູນກ່ຽວກັບວຽກງານຕ້ານການຄ້າມະນຸດໃຫ້ປະຊາຊົນພາຍໃນເມືອງໃຫ້ເຂົ້າໃຈ-ຮັບຮູ້ເຖິງຜົນຮ້າຍ, ຫຼີກລ່ຽງບໍ່ໃຫ້ປະຊາຊົນຕົກເປັນເຫຍື່ອຂອງກຸ່ມຄົນບໍ່ຫວັງດີສວຍໃຊ້ໂອກາດຕົວະຍົວະ-ຊັກຊວນ ແລະ ອື່ນໆ ເພື່ອໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ.