ຖອດຖອນບົດຮຽນການລົງຝຶກຫັດຂອງ ນັກສຶກສາລະບົບຊັ້ນກາງ ຮຸ່ນທີ I

0
1021

ໂຮງຮຽນ ປກສ ຊັ້ນສູງເລກ I ແຂວງອຸດົມໄຊ ໄດ້ຈັດກອງປະ ຊຸມສະຫຼຸບຖອດຖອນບົດຮຽນ ການລົງຝຶກຫັດຂອງນັກສຶກສາລະບົບກໍ່ສ້າງຊັ້ນກາງ ຮຸ່ນທີ I ໃນວັນ ທີ 11 ສິງຫາ 2020 ເປັນປະທານໂດຍ ພັທ ບຸນລ້ຽງ ໄຊຍະຈັກ ຮອງຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນສູງເລກ I ແຂວງອຸດົມໄຊ, ມີ ພັອ ຄຳແຮ ກັນທະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີບັນດາຄະນະພັກ, ຄະນະອຳນວຍການໂຮງຮຽນ ຕະຫຼອດຮອດພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.

ພັທ ບຸນຕັ້ງ ອິນແກ້ວມະນີ ໄດ້ຜ່ານບົດສະຫຼຸບຖອດຖອນບົດຮຽນ ການລົງຝຶກຫັດຂອງນັກສຶກສາລະບົບຊັ້ນກາງ ຮຸ່ນທີ I ໂຮງຮຽນ ປກສ ຊັ້ນສູງເລກ I ແຂວງອຸດົມໄຊ ໄດ້ຍົກໃຫ້ເຫັນດ້ານດີຜົນງານທີ່ຍາດມາໄດ້ ແລະ ດ້ານອ່ອນຂໍ້ຄົງຄ້າງຕະຫຼອດໄລຍະການນຳພາຂອງຄູ-ອາຈານ ກໍຄື ການຝຶກຫັດນັກສຶກສາຢູ່ໃນ 7 ເມືອງ, ໂດຍໃຊ້ເວລາທັງໝົດ 45 ວັນ ນັບແຕ່ການເອົາໃຈໃສ່ຢ່າງຕັ້ງໜ້າປະຕິບັດລະບຽບໃນການລົງຝຶກຫັດ, ການປະຕິບັດລະບຽບວິໄນຂອງກົມກອງ ໂດຍສະເພາະແມ່ນ 7 ລະບອບ 18 ວຽກຂອງກຳລັງ ປກສ ກໍຄື ລະບຽບຂອງໂຮງຮຽນວາງອອກຢູ່ໃນບັ້ນລົງຝຶກຫັດ, ຜົນງານຕົວຈິງທີ່ເຮັດໄດ້ໃນໄລຍະລົງຝຶກງານ:

ໄດ້ເຂົ້າຮ່ວມລົງກວດກາພົນລະເມືອງລາວຍ້າຍມາຈາກແຂວງ ແລະ ໄປອອກແຮງງານຢູ່ຕ່າງປະເທດ 7 ຄັ້ງ ມີ 38 ແຮງງານ, ເຂົ້າຮ່ວມລົງກວດກາຕິດຕາມຄົນຕ່າງປະເທດມາລົງທຶນ, ຫົວໜ່ວຍທຸລະກິດ ແລະ ແກ້ໄຂຄົນຕ່າງປະເທດລັກລອບປະກອບອາຊີບ 6 ຄັ້ງມີ 12 ແຮງງານ, ເຂົ້າຮ່ວມລົງແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໄດ້ 13 ຄັ້ງມີ 53 ແຮງງານ, ຢຶດໄມ້ດູ່ 6 ທ່ອນ, ໄມ້ແປ້ນ 5 ແຜ່ນ, ແກ້ໄຂຄົນຕ່າງປະເທດລັກສ້າງຄອບຄົວກັບແມ່ຍິງລາວ, ອອກໃບພັກເຊົາ, ເຂົ້າມາລີ້ຊ່ອນ ແລະອື່ນໆ ຕາມຈຸດຕ່າງໆ 50 ຄັ້ງ ມີ 105 ແຮງງານ, ເກັບກໍາສະຖິຕິເປົ້າໝາຍຄ້າ-ຂາຍຢາເສບຕິດ, ເປົ້າໝາຍຄ້າ-ຂາຍອາວຸດເສິກພ້ອມທັງແກ້ໄຂ, ຢຶດໄດ້ອາວຸດລ່າເນື້ອປະເພດປືນແກັບ 35 ກະບອກ, ໝໍ້ຊ໋ອດປາ 7 ເຄື່ອງ, ປືນລູກອັດລົມ 5 ກະບອກ, ຈັກສະຕິນ 1 ເຄື່ອງ, ເງິນກີບທະນາຄານ 36.465.000 ກີບ, ສາຍຄໍຄ້າຍຄືຄໍາ 1 ເສັ້ນ ນໍ້າໝັກ 61,4 ກະລາມ, ເງິນບາດ 10.000 ບາດ, ສາຍຄໍຂາວຄ້າຍຄືເງິນ ຈໍານວນ 5 ເສັ້ນ, ລົດໃຫຍ່ 5 ຄັນ, ລົດຈັກ 16 ຄັນ,ໂທລະສັບ 5 ໜ່ວຍ, ໂມງ 2 ໜ່ວຍ, ໄມ້ແປຮູບ 29 ຫຼ່ຽມ, ເຂົ້າຮ່ວມຄົ້ນຄວ້າຄະດີອຸບັດຕິເຫດ ແລະ ລົງຈັດສັນລະບາຍການສັນຈອນ 32 ຄັ້ງ, ມີ 55 ແຮງງານ ແລະ ຜົນງານອື່ນໆອີກ. ຈາກນັ້ນ, ໃນກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄຳຄິດ-ຄຳເຫັນຢ່າງກົງໄປກົງມາ ເພື່ອເປັນທິດທາງແກ້ໄຂໃນການນຳພານັກສຶກສາລົງຝຶກຫັດຊຸດຕໍ່ໄປໃຫ້ມີຄວາມເຂັ້ມແຂງ-ໜັກແໜ້ນ ແລະ ມີປະສິດທິຜົນດີກວ່າເກົ່າ.

ຕອນທ້າຍກອງປະຊຸມ, ພັອ ຄໍາແຮ ກັນທະນີ ໄດ້ໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ແບບແຜນຂອງການລົງຝຶກຫັດທີ່ຄະນະພັກ, ຄະນະຮັບຜິດຊອບໄດ້ນຳພາຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ່ວຽກງານວິຊາສະເພາະ ຈົນປະສົບຜົນສຳເລັດໂດຍພື້ນຖານ ພ້ອມຍັງຮຽກຮ້ອງໃຫ້ສືບຕໍ່ຍົກສູງຕໍ່ແບບແຜນວິທີເຮັດວຽກ, ການນໍາພາ ແລະ ຖືເອົາການສຶກສາອົບຮົມການເມືອງ-ແນວຄິດຢ່າງທົ່ວເຖິງເລິກເຊິ່ງ ແລະ ສຸມໃສ່ວຽກງານການຮຽນ-ການສອນຂອງຄູ-ອາຈານ ໃຫ້ດີຂຶ້ນເທື່ອລະກ້າວ.