ນັກສຶກສາປະລິນຍາຕີຕໍ່ເນື່ອງ ຮຸ່ນທີ XIII ວຕປ ຮັບໃບປະກາສະນີຍະບັດ

0
1634

ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ປິດຊຸດຮຽນລະບົບຕໍ່ເນື່ອງປະລິນຍາຕີ ຮຸ່ນທີ XIII ໃນວັນທີ 14 ສິງຫາ 2020 ເປັນປະທານ ແລະ ມອບໃບປະກາສະນີຍະບັດໂດຍ ພັອ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍານວຍການ ວຕປ, ເຂົ້າຮ່ວມມີ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຕາງໜ້າກົມນະໂຍບາຍ, ກົມຈັດຕັ້ງພະນັກງານ, ຄູ-ອາຈານ, ນັກສຶກສາ ເຂົ້າຮ່ວມ.

ພັທ ປອ ຄຳຕັນ ບຸນທອນອຸໄທ ຫົວໜ້າຫ້ອງການ ວຕປ ກ່າວວ່າ:

ຊຸດຮຽນລະບົບຕໍ່ເນື່ອງປະລິນຍາຕີ ຮຸ່ນທີ XIII ໃຊ້ເວລາຮຽນ 2 ປີ ເຊິ່ງໄດ້ເປີດຮຽນໃນວັນທີ 5 ກັນຍາ 2018 ເປັນຕົ້ນມາ, ມີນັກສຶກສາຈໍານວນ 63 ສະຫາຍ ຍິງ 2 ສະຫາຍ ທີ່ມາຈາກກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ, ກະຊວງປ້ອງກັນປະເທດ.

ການຮໍ່າຮຽນໄດ້ລົງເລິກ 2 ຂະແໜງການ ຄື: ຂະແໜງປ້ອງກັນເສດຖະກິດ ແລະ ຂະແໜງສືບສວນ-ສອບສວນອາຍາ ລວມມີ 1.440 ຊົ່ວໂມງ, 66 ໜ່ວຍກິດ, ໂດຍແບ່ງອອກເປັນ 2 ໄລຍະຮຽນ ມີ 4 ໝວດວິຊາ ຄື: ໝວດວິຊາເລືອກ ມີ 2 ໜ່ວຍກິດ 64 ຊົ່ວໂມງ, ໝວດວິຊາຄວາມຮູ້ທົ່ວໄປ ມີ 17 ໜ່ວຍກິດ 264 ຊົ່ວໂມງ, ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ ມີ 16 ໜ່ວຍກິດ 256 ຊົ່ວໂມງ ແລະ ໝວດວິຊາສະເພາະ ມີ 18 ໜ່ວຍກິດ 352 ຊົ່ວໂມງ ລວມທັງການລົງຝຶກງານຕົວຈິງ 3 ເດືອນ.

ນັກສຶກສາໄດ້ນໍາໃຊ້ຮູບການຂຽນບົດໂຄງການຈົບຊັ້ນ ແລະ ຈັດຕັ້ງສອບເສັງຢ່າງຖືກຕ້ອງຕາມລະບຽບຂອງສະຖາບັນ, ສອດຄ່ອງກັບລະບຽບກະຊວງສຶກສາທິການ ແລະ ກິລາ, ລະບຽບຂອງວິທະຍາຄານຕໍາຫຼວດປະຊາຊົນ ກະຊວງ ປກສ ເຊິ່ງຜ່ານການສອບເສັງຈົບຊັ້ນ ມີນັກສຶກສາປ້ອງກັນບົດໂຄງການຈົບຊັ້ນ ໄດ້ຄະແນນສູງສຸດ 9,27, ຕໍ່າສຸດ 9,05 ມີ 13 ສະຫາຍ ຍິງ 2 ສະຫາຍ, ສອບເສັງຈົບຊັ້ນ ມີ 50 ສະຫາຍ ຍິງ 1 ສະຫາຍ; ໃນນີ້, ເສັງໄດ້ຄະແນນສູງສຸດ 9, ຄະແນນຕໍ່າສຸດ 7.

ພັອ ປອ ວົງເຊໂດນ ພັນທະແກ້ວ ໄດ້ຊີ້ນໍາຜູ້ທີ່ສໍາເລັດການສຶກສາຄັ້ງນີ້ ຈົ່ງເອົາໃຈໃສ່ນໍາເອົາບົດຮຽນ, ຍຸດທະສາດ, ຍຸດທະວິທີ, ຄວາມຮູ້-ຄວາມສາມາດທີ່ຕົນໄດ້ສຶກສາຮໍ່າຮຽນ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສໍາເລັດຢ່າງຖືກຕ້ອງຕາມລະບຽບ-ກົດໝາຍ; ຄຽງຄູ່ກັນນັ້ນ, ຕ້ອງເປັນແບບຢ່າງນໍາໜ້າໃຫ້ພະນັກງານ-ນັກຮົບຮຸ່ນນ້ອງ ທາງດ້ານການປະຕິບັດວຽກງານວິຊາສະເພາະ, ດ້ານການເມືອງ-ແນວຄິດ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນການນໍາພາຢ່າງຖືກຕ້ອງທີ່ສຸດ.

ນອກນັ້ນ, ພິທີຍັງໄດ້ມອບໃບຍ້ອງຍໍໃຫ້ນັກສຶກສາຮຽນດີ-ຮຽນເກັ່ງ; ໃນນີ້, ໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ປກສ 1 ສະຫາຍ, ຂັ້ນກົມໃຫຍ່ການເມືອງ 9 ສະຫາຍ, ຂັ້ນວິທະຍາຄານ ວຕປ 23 ສະຫາຍ ຍິງ 1 ສະຫາຍ ມອບໂດຍ ພົຈວ ສຸວັນນີ ສີສຸພາບມີໄຊ.