ໃນວັນທີ 31 ກໍລະກົດ 2020, ສານແຂວງອຸດົມໄຊ ໄດ້ຕັດສິນ ນາງ ໃດ ລີ (ຈຳເລີຍ) ອາຍຸ 50 ປີ ບ້ານປາງທອງ ເມືອງນາໝໍ້ ແຂວງອຸດົມໄຊ ໃຫ້ຮັບໂທດ 5 ປີ ໃນສະຖານຄ້າຂາຍຢາບ້າ ແລະ ມີໄວ້ໃນຄອບຄອງ, ເຊິ່ງຜູ້ກ່ຽວເຊື່ອວ່າ ພາຍຫຼັງຂາຍຢາເສບຕິດ ຈະໄດ້ຮັບເງິນຈໍານວນ 40% ຂອງມູນຄ່າ.

ນາງ ໃດລີ ເປັນເປົ້າໝາຍຄ້າຂາຍຢາເສບຕິດທີ່ທາງເຈົ້າໜ້າທີ່ໄດ້ຕິດຕາມມາໃດໄລຍະໜຶ່ງ ກ່ອນເຂົ້າປິດລ້ອມເຂົ້າເຮືອນໃນວັນທີ 4 ທັນວາ 2019 ທຳການຈັບຕົວ ແລະ ກວດຄົ້ນໄດ້ຂອງກາງຢາບ້າ ຈໍານວນ 120 ເມັດ ທີ່ຊຸກເຊື່ອງໄວ້ກ້ອງຕຽງນອນຂອງຈຳເລີຍ ມາດຳເນີນຄະດີເປັນເວລາ 8 ເດືອນ ກ່ອນອົງການໄອຍະການປະຊາຊົນແຂວງອຸດົມໄຊ ສະຫຼຸບສຳນວນຄະດີສັ່ງຟ້ອງນາງ ໃດລີ ຂຶ້ນສານ ເພື່ອພິຈາລະນາຕັດ ສິນຕາມປະມວນກົດໝາຍອາຍາ ມາດຕາ 315 ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບປຸງປີ 2017 ມາດຕາ 156 ທີ່ລະບຸໄວ້ວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນຳຢາອີ, ຢາບ້າ,
ຢາໄອສ໌ (Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດຜ່ານ ສປປ ລາວ ຕໍ່າກ່ວາ 100 ກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ 5-10 ປີ ແລະ ຈະຖືກປັບໃໝແຕ່ 10.000.000-100.000.000 ກີບ.

ໃນເວລາດຳເນີນຄະດີ, ນາງ ໃດລີ ສາລະພາບວ່າ: ໃນວັນທີ 3 ທັນວາ 2019, ເວລາປະມານ 13:00ໂມງ ມີຊາຍບໍ່ຊາບຊື່ ແລະ ທີ່ຢູ່ຂັບລົດຈັກບໍ່ຮູ້ຍີ່ຫໍ້ ແລະ ໝາຍເລກທະບຽນມາຫາຢູ່ເຮືອນ ບອກວ່າ ມີຢາບ້າມາໃຫ້ຂາຍ 1 ຖົງເທົ່າກັບ 200 ເມັດ ເມື່ອຂາຍໝົດຈະໄດ້ຮັບ 40% ຂອງມູນຄ່າ, ນາງ ໃດລີ ໄດ້ຕອບຕົກລົງ ແຕ່ຢາບ້າໃນຖົງທີ່ຊາຍຄົນນັ້ນເອົາໃຫ້ມີພຽງ 123 ເມັດ. ມາວັນທີ 4 ທັນວາ 2019, ກ່ອນຖືກກັກຕົວ ໄດ້ເອົາຢາບ້າອອກມາຂາຍໃຫ້ຜູ້ມາຊື້ 3 ເມັດ ແລ້ວນຳໄປຊຸກເຊື່ອງໄວ້ກ້ອງຕຽງນອນ. ຈາກນັ້ນ, ກໍຖືກເຈົ້າໜ້າທີ່ສືບຮູ້ ແລະ ກວດຄົ້ນພົບຂອງກາງຢາບ້າ 120 ເມັດ.

ບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີທີ່ອົງການໄອຍະການປະຊາຊົນໄດ້ສະຫຼຸບມານັ້ນ ເຫັນວ່າ: ເປັນຂໍ້ມູນທີ່ໜັກແໜ້ນ ແລະ ພຽງພໍໃນການຢັ້ງຢືນວ່າ ເປັນຜູ້ກະທໍາຜິດໃນສະຖານການຄ້າຂາຍ ແລະ ມີຢາບ້າໄວ້ໃນຄອບຄອງ ຕາມປະມວນກົດໝາຍອາຍາ ມາດຕາ 315 ວັກ 1ຕັດສິນຈຳຄຸກ 5 ປີ ປັບໃໝ 10.000. 000 ກີບ. ນອກນີ້, ສານຍັງໃຫ້ນາງ ໃດລີ ຮັບ ຮູ້ໂທດຂອງການພົວພັນກັບສິ່ງເສບຕິດແຕ່ລະປະເພດ ແລະ ແຕ່ລະນໍ້າໜັກ ໂດຍມີດັ່ງນີ້: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນ ຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນຳຢາອີ, ຢາບ້າ, ຢາໄອສ໌ (Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ, ຜ່ານ ສປປ ລາວ ຕໍ່າກວ່າ 100 ກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ 5-10 ປີ ແລະ ຈະຖືກປັບໃໝແຕ່ 10.000.000-100.000.000 ກີບ; ນໍ້າໜັກ 100-500 ກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ 10-15 ປີ, ຈະຖືກປັບ ໃໝແຕ່ 100.000.000-500.000.000 ກີບ; ນໍ້າໜັກເກີນກວ່າ 500 ກຼາມຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ, ຈະຖືກປັບໃໝ 500.000.000-1.000.000.000 ກີບ ແລະ ນໍ້າໜັກເກີນກວ່າ 3 ກິໂລກຼາມຈະ ຖືກລົງປະຫານຊີວິດ.