ກຜທ ເປີດຫ້ອງມູນເຊື້ອ-ກາໝາຍ ແລະ ເວັບໄຊໃໝ່

0
1409

ກະຊວງແຜນການ ແລະ ການລົງທຶນ (ກຜທ) ຈັດພິທີເປີດຫ້ອງມູນເຊື້ອ, ກາໝາຍໃໝ່ ແລະ ເວັບໄຊ ໃນວັນທີ 14 ສິງຫານີ້, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກຜທ ພ້ອມດ້ວຍບັນດາທ່ານຫົວໜ້າກົມ, ຮອງກົມ, ພະແນກ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກຜທ

ທ່ານ ສອນໄຊ ສີພັນດອນ ກ່າວວ່າ:

ພິທີເປີດຫ້ອງມູນເຊື້ອ, ກາໝາຍໃໝ່ ແລະ ເວັບໄຊ ຂອງ ກະຊວງ ເປັນເຫດການທາງການເມືອງໜຶ່ງທີ່ມີຄວາມສໍາຄັນ; ໃນນີ້, ຫ້ອງມູນເຊື້ອ ແມ່ນສ້າງຂຶ້ນເພື່ອຈາລຶກຄຸນງາມຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານການນຳປະຕິວັດອາວຸໂສຫຼາຍທ່ານ ທີ່ໄດ້ຊີ້ນໍາ-ນຳພາວຽກງານແຜນການ ແລະ ການລົງທຶນໃນແຕ່ລະໄລຍະ, ພ້ອມທັງສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂອງກົງຈັກພັກ ແລະ ພະນັກງານ, ສະແດງຜົນສໍາເລັດ, ຜົນງານດ້ານວິຊາສະເພາະ ແລະ ການເຄື່ອນໄຫວຂອງ 3 ອົງການຈັດຕັ້ງມະຫາຊົນ ຕະຫຼອດໄລຍະ 45 ປີ.

ນອກນັ້ນ, ຍັງໄດ້ພ້ອມກັນເປີດກາໝາຍໃໝ່ທີ່ໄດ້ຜ່ານການຄັດເລືອກຈາກຂະບວນການແຂ່ງຂັນອອກແບບກາໝາຍໃໝ່ ເຊິ່ງແມ່ນສະມາຊິກພັກ-ພະນັກງານ ຢູ່ບັນດາໜ່ວຍພັກທີ່ຂຶ້ນກັບກະຊວງ ໄດ້ສຸມສະຕິປັນຍາໃນການຄົ້ນຄວ້າອອກແບບດ້ວຍຄວາມຮັບຜິດຊອບສູງ ໂດຍມີກາໝາຍທັງໝົດຈໍານວນ 37 ຮູບແບບຈາກ 9 ໜ່ວຍພັກ ສົ່ງເຂົ້າຄັດເລືອກ; ທັງນີ້, ກໍເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ອົງຄະນະພັກກະຊວງແຜນການ ແລະ ການລົງທຶນ ຄັ້ງທີ IV ທີ່ຈະຈັດຂຶ້ນໃນມໍ່ໆນີ້.

ສໍາລັບການເປີດເວັບໄຊ www.mpi.gov.la ຂອງກະຊວງ ແມ່ນຖືເປັນບາດກ້າວໃໝ່ ໃນການໂຄສະນາເຜີຍແຜ່ກ່ຽວກັບພາລະບົດບາດ, ນິຕິກໍາ, ການເຄື່ອນໄຫວ ແລະ ຜົນງານດ້ານຕ່າງໆ ເພື່ອໃຫ້ສັງຄົມທົ່ວໄປ, ນັກຮຽນ-ນັກສຶກສາ, ນັກລົງທຶນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນອື່ນໆ ຮັບຮູ້ຢ່າງທົ່ວເຖິງໃຫ້ເປັນລະບົບ ແລະ ເປັນເອກະພາບ.