ກົມຄຸ້ມຄອງສໍາມະໂນຄົວ ປິດຊຸດຝຶກອົບຮົມວຽກງານກໍ່ສ້າງຮາກຖານ

0
1779

ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຝຶກອົບຮົມວຽກງານກໍ່ສ້າງຮາກຖານ ໃນວັນທີ 13 ສິງຫາ 2020 ພາຍຫຼັງທີ່ດໍາເນີນມາເປັນເວລາ 3 ວັນ (ວັນທີ 11-13), ເຂົ້າຮ່ວມເປັນປະທານໂດຍ ພົຕ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ, ມີຫົວໜ້າກົມ-ຄະນະພັກກົມ ພ້ອມດ້ວຍພະນັກງານທີ່ຝຶກອົບຮົມ ແລະ ພ້ອມຈະລົງກໍ່ສ້າງຮາກຖານ ເຂົ້າຮ່ວມ ຈໍານວນ 116 ສະຫາຍ.

ພັອ ລໍາໄພ ຍົດປະໄພ ຮອງຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກ່າວວ່າ:

ການຝຶກອົບຮົມແມ່ນໄດ້ດໍາເນີນມາເປັນເວລາ 3 ວັນ ເຊິ່ງດຳເນີນໄປດ້ວຍຄວາມເຄັ່ງຮ້ອນ, ມີເນື້ອໃນຢ່າງເລິກເຊິ່ງ ແລະ ມີບັນຍາກາດ ເພື່ອ ສ້າງຄວາມເປັນເອກະພາບພື້ນຖານໃຫ້ແກ່ພະນັກງານ; ເອກະສານທີ່ນໍາມາຝຶກອົບຮົມ ແບ່ງເປັນ 2 ພາກ ຄື:

ພາກແນວທາງນະໂຍບາຍຂອງພັກ ແລະ ລະບຽບການ ປະກອບມີ: ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂັ້ນຕອນການລົງກໍ່ສ້າງຮາກຖານ, ເອກະສານວ່າດ້ວຍ ຊົນເຜົ່າ ແລະ ສາສະໜາ, ມະຕິ 8 ຂອງກົມການເມືອງສູນກາງພັກ, ພາລະບົດບາດຂອງ ພະນັກງານລົງກໍ່ສ້າງຮາກຖານ, ລະບຽບຂອງພະນັກງານລົງກໍ່ສ້າງຮາກຖານ, ຮ່າງກົດລະບຽບບ້ານ ແລະ ວຽກງານຢ້ຽມຢາມຖາມຂ່າວ.

ພາກວິຊາສະເພາະ ປະກອບມີ: ວຽກງານຄຸ້ມຄອງສໍາມະໂນຄົວ ມີສໍາມະໂນຄົວລາວ-ຕ່າງດ້າວ, ຄຸ້ມຄອງ ປກສ ກຸ່ມບ້ານ ແລະ ປກສ ບ້ານ, ຄຸ້ມຄອງອາຊີບ-ພາຫະນະພິເສດ; ວຽກງານແກ້ໄຂປະກົດການຫຍໍ້ທໍ້ ມີວຽກງານຕ້ານ ແລະ ສະກັດກັ້ນອັກຄີໄພ, ການຄ້າມະນຸດ, ການແກ້ໄຂອາຊະຍາກໍາທາງດ້ານຢາເສບຕິດ, ແກ້ໄຂອາຊະຍາກໍາທົ່ວໄປ, ແກ້ໄຂສະພາບທາງດ້ານເສດຖະກິດ, ຕ້ານສະກັດກັ້ນການຄ້າຂາຍເຖື່ອນ, ຄຸ້ມຄອງເປົ້າໝາຍ, ເຮັດບົດບັນທຶກແຈ້ງຄວາມ, ວຽກງານການເຂົ້າມາປະກອບອາຊີບຂອງຄົນຕ່າງປະເທດ, ຄຸ້ມຄອງການແຕ່ງດອງຂອງພົນລະເມືອງລາວ ແລະ ຊາວຕ່າງປະເທດ, ວຽກງານການແກ້ໄຂໂສເພນີຂອງຄົນຕ່າງປະເທດ ແລະ ວຽກງານອາຊະຍາກໍາທາງໂທລະຄົມ ແລະ ການສື່ສານ.

ພາຍຫຼັງການຝຶກອົບຮົມສໍາເລັດແລ້ວ ແມ່ນຈະສັບຊ້ອນພະນັກງານລົງກໍ່ສ້າງຮາກຖານ ຢູ່ນະຄອນຫຼວງ, ບັນດາແຂວງ ຕາມແຜນການທີ່ກໍານົດໄວ້ ເຊິ່ງໃນນີ້ມີພະນັກງານຈະລົງກໍ່ສ້າງຮາກຖານຕົວຈິງ ຈຳນວນ 101 ສະຫາຍ.

ໃນໂອກາດດັ່ງກ່າວ, ພົຕ ທອງເຫຼັກ ມັງໜໍ່ເມກ ໄດ້ເນັ້ນໃຫ້ບັນດານັກຝຶກອົບຮົມ ນໍາເອົາເນື້ອໃນຈິດໃຈຂອງການຝຶກອົບຮົມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຢ່າງມີຈຸດສຸມ, ດ້ວຍຄວາມຮັບຜິດຊອບສູງ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະ ອໍານາດການປົກຄອງບ້ານ ໃຫ້ມີຄວາມເປັນເອກະພາບກັນໃນການແກ້ໄຂບັນຫາຕ່າງໆ, ລົງໃກ້ຊິດຕິດແທດ, ຮູ້ໄດ້ຈິດໃຈຄວາມສຳນຶກຄິດຂອງ ພໍ່-ແມ່ປະຊາຊົນ ໂດຍປະຕິບັດຄໍາຂວັນທີ່ວ່າ: ຕໍາຫຼວດປະຊາຊົນ, ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປົກປັກຮັກສາຜົນປະໂຫຍດ ແລະ ຊັບສິນຂອງປະຊາຊົນ.