ຄະນະບໍລິຫານງານພັກ ກະຊວງ ປກສ ດໍາເດີນຊີວິດການເມືອງທ້າຍສະໄໝ

0
1753

ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝ ຂອງ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ IV ໃນລະຫວ່າງວັນທີ 17-18 ສິງຫາ 2020, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ມີສະຫາຍເລຂາ, ຮອງເລຂາ, ຄະນະປະຈຳພັກ, ຄະນະພັກກະຊວງ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງປະທານກວດກາສູນກາງພັກ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ.

ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງ ປກສ ກ່າວວ່າ:

ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝ ຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ຈະໄດ້ພ້ອມກັນພິຈາລະນາຮັບຮອງເອົາຫຼາຍບັນຫາສຳຄັນ ເພື່ອໃຫ້ມີເນື້ອໃນເລິກເຊິ່ງ, ທັງເປັນທິດຊີ້ນຳ, ບ່ອນອີງ ໃຫ້ແກ່ການຊີ້ນຳ-ນຳພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກ ຕໍ່ກຳລັງປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນ:

ຮ່າງບົດສຳຫຼວດການນຳພາລວມຂອງ ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ IV, ດຳເນີນການສຳຫຼວດກວດກາ ຕໍ່ການຊີ້ນຳ-ນຳພາລວມຂອງຄະນະພັກ ແລະ ບຸກຄົນ ຕະຫຼອດໄລຍະສະໄໝຜ່ານມາ, ພິຈາລະນາຮັບຮອງເອົາບຸກຄະລາກອນ ທີ່ຈະສະໝັກຮັບເລືອກຕັ້ງເຂົ້າໃນຄະນະພັກກະຊວງ ສະໄໝທີ V ແລະ ຄົ້ນຄວ້າຕົກລົງຄວາມພ້ອມດ້ານຕ່າງໆ ໃນການກະກຽມດຳເນີນ ກອງປະຊຸມໃຫຍ່ອົງຄະນະພັກກະຊວງ.

ທັງນີ້, ກໍເພື່ອເຮັດໃຫ້ບັ້ນດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງນີ້ ມີຄວາມຖືກຕ້ອງ, ສອດຄ່ອງ, ຮັບປະກັນ ແລະ ບັນລຸຕາມຈຸດປະສົງຄາດໝາຍ.