ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງຫຼວງນໍ້າທາ ໄດ້ມອບລົດຈັກຈຳນວນ 2 ຄັນ ທີ່ຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມໃນວັນທີ 11 ສິງຫາ 2020; ກ່າວມອບໂດຍ ຮອ ຄຳມະນີ ລືໄຊ ຮອງຫົວໜ້າພະແນກສືບສວນ-ສອບສວນ ປກສ ແຂວງ ແລະ ກ່າວຮັບໂດຍ ທ້າວ ດາວທຽມ ອາຍຸ 39 ປີ ບ້ານນາຄຳ ເມືອງສິງ ໂດຍຊ່ອງໜ້າພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ຮອ ຄຳມະນີ ລືໄຊ ກ່າວວ່າ: ລົດຈັກຮອນດາເວບ 100 ສີແດງ-ດໍາ ໝາຍເລກທະບຽນ ຈຈ 8326 ເຈົ້າໜ້າທີ່ສາມາດເກັບກູ້ຄືນມາໄດ້ໃນ ວັນທີ 26 ກໍລະກົດ; ສ່ວນລົດຈັກ ຊີບີອາ (ບໍ່ມີໝາຍເລກທະບຽນ) ແມ່ນເກັບກູ້ໄດ້ ໃນວັນທີ 30 ກໍລະກົດ 2020.

ໃນ 6 ເດືອນຕົ້ນປີ 2020, ມີຄະດີເກີດຂຶ້ນທັງໝົດ 89 ເລື່ອງ; ສາມາດມ້າງຄະດີໄດ້ 23 ເລື່ອງ, ຜູ້ຖືກຫາ 25 ຄົນ, ຄົນຕ່າງປະ ເທດ 2 ຄົນ. ຄະດີລັກຊັບພົນລະເມືອງມີ 12 ເລື່ອງ; ຄວາມເສຍຫາຍປະເພດລົດຈັກ 46 ຄັນ, ສາມາດເກັບກູ້ຄືນລົດຈັກໄດ້ 19 ຄັນ ແລະ ໄດ້ມອບຄືນໃຫ້ເຈົ້າຂອງເດີມປະເພດລົດຈັກຈຳນວນ 9 ຄັນ ແລະ ພວມດຳເນີນ 5 ເລື່ອງ.

ຮອງຫົວໜ້າພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງຫຼວງນໍ້າທາ ໄດ້ກ່າວຮຽກຮ້ອງເຖິງພະນັກງານ, ທະຫານ-ຕຳຫຼວດ, ພໍ່ຄ້າ ຊາວຂາຍ ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າ ໃຫ້ມີສະຕິປົກປັກຮັກສາວັດຖຸເຄື່ອງຂອງໃຫ້ດີ, ມີສະຕິໃນການໄປ-ມາ, ເພີ່ມລະບົບ ຄວາມປອດໄພໃຫ້ແກ່ພາຫະນະຂອງຕົນເອງ ເພື່ອເປັນການປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ດີກໍ່ເຫດຕື່ມອີກ.