ຄະນະສານອາຍາ ສານປະຊາຊົນ ຂັ້ນຕົ້ນ ແຂວງອຸດົມໄຊ ຕັດສິນຈຳເລີຍ ຂໍ້ຫາຄ້າຂາຍຢາເສບຕິດປະເພດຢາບ້າ ແລະ ມີຝິ່ນໃນຄອບຄອງເພື່ອເສບ ຈຳຄຸກ 7 ປີ; ປັບໃໝ 11.000.000 ກີບ ໃນວັນທີ 31 ກໍລະກົດ ທີ່ຜ່ານມາ.

ຈຳເລີຍດັ່ງກ່າວຊື່ ທ້າວ ອາມື ອາຍຸ 40 ປີ ຢູ່ບ້ານກົກໄມ້ໃຫຍ່ ເມືອງຫຼາ ແຂວງອຸດົມໄຊ ຖືກເຈົ້າໜ້າທີ່ຕໍາຫຼວດ ກັກຕົວໃນວັນທີ 31 ຕຸລາ 2019, ຢູ່ເຮືອນຂອງຈຳເລີຍ ພ້ອມຢາບ້າຈໍານວນ 60 ເມັດ, ຢາຝິ່ນ 1 ກ້ອນນ້ອຍ, ດ່ຽງ 1 ອັນ, ບັ້ງເສບຝິ່ນ 2 ບັ້ງ ແລະ ບັ້ງເສບຢາບ້າ 1 ບັ້ງ.

ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ, ພາວະວິໄສແລ້ວ ແລະ ຜ່ານການດຳເນີນຄະດີມາຮອດວັນທີ 31 ກໍລະກົດ 2020; ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ຈຶ່ງໄດ້ນຳເອົາສຳນວນຄະດີຂອງຈຳເລີຍຂຶ້ນມາພິຈາລະນາຕັດສິນ ຕາມກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບປັບປຸງປີ 2017 ມາດຕາ 156 ແລະ ອີງຕາມປະມວນກົດ ໝາຍອາຍາ ມາດຕາ 315 ແລະ ມາດ ຕາ 317 ທີ່ໄດ້ລະໄວ້ວ່າ: “ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາ ໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນຳຢາອີ, ຢາບ້າ, ຢາໄອສ໌ (Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ, ຜ່ານ ສປປ ລາວ ຕໍ່າກ່ວາ 100 ກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ 5-10 ປີ ແລະ ຈະຖືກປັບໃໝແຕ່ 10.000.000 – 100.000. 000 ກີບ”. ສະນັ້ນ, ສານຈຶ່ງໄດ້ຕັດສິນຈຳຄຸກ ທ້າວ ອາມື 5 ປີ ປັບໃໝ 10.000.000 ກີບ ໃນຂໍ້ຫາການຄ້າຂາຍຢາເສບຕິດປະເພດຢາບ້າ ຈຳນວນ 60 ເມັດ ແລະ ຕັດສິນຈຳຄຸກ 2 ປີ ປັບໃໝ 1.000.000 ກີບ ລວມໂທດຕັດສິນ ທ້າວ ອາມື 7 ປີ ປັບໃໝ 11.000.000 ກີບ.

ສໍາລັບການເຄື່ອນໄຫວກະທຳຜິດຂອງຈໍາເລີຍກ່ອນຖືກຈັບຕົວນັ້ນ, ຈຳເລີຍ ໄດ້ສາລະພາບວ່າ: ໃນວັນທີ 1 ພະຈິກ 2019, ໄດ້ຊື້ຢາບ້າ ແລະ ຝິ່ນນໍາຜູ້ຊາຍບໍ່ຮູ້ຊື່ ອາຍຸປະມານ 30 ປີ ຢູ່ບ້ານຕົງເຢີ ເມືອງຫຼາ ຈໍານວນ 60 ເມັດ ແລະ ຢາຝິ່ນ 1 ກ້ອນນ້ອຍ, ຈຸດປະສົງແມ່ນຊື້ມາໄວ້ເພື່ອເສບ ແລະ ຂາຍຕໍ່ ໃຫ້ກັບໄວລຸ້ນ, ແຕ່ຍັງບໍ່ທັນໄດ້ເສບ ແລະ ຂາຍເທື່ອ. ຮອດເວລາປະມານ 14:30 ໂມງຂອງວັນດຽວກັນ, ຈຶ່ງຖືກເຈົ້າໜ້າ ທີ່ກັກຕົວພ້ອມຂອງກາງຢາເສບຕິດຈຳນວນດັ່ງກ່າວມາດໍາເນີນຄະດີ.

ນອກຈາກນີ້, ຜ່ານມາຈຳເລີຍ ຍັງເຄີຍຊື້ຢາບ້ານໍາຊາຍ ຄົນດັ່ງກ່າວມາແລ້ວ 1 ຄັ້ງ ຈຳນວນ 50 ເມັດ ເມື່ອໄດ້ຢາບ້າແລ້ວກໍນຳໄປຂາຍໃຫ້ໄວລຸ້ນບໍ່ຮູ້ຊື້ ແລະ ທີ່ຢູ່ ແລະ ແບ່ງເສບຈຳນວນໜຶ່ງ ເງິນທີ່ໄດ້ຈາກການຂາຍຢາບ້າແມ່ນໄດ້ເອົາໄປໃຊ້ຈ່າຍໝົດ ແລະ ຜ່ານມາ ຈຳເລີຍໄດ້ຊື້ຢາຝິ່ນນໍາຫຼາຍຄົນ ແຕ່ຢາຝິ່ນບໍ່ໄດ້ຂາຍ ມີແຕ່ຊື້ຢາເສບເອງ.

ຈາກພຶດຕິກຳດັ່ງກ່າວຂອງຈຳເລີຍ, ມັນໄດ້ສະແດງອອກເປັນຜູ້ກະທໍາຜິດຕາມກົດໝາຍທີ່ແຕະຕ້ອງຕໍ່ປະມວນກົດໝາຍອາຍາໃນໝວດທີ 8 ການກະທໍາຜິດກ່ຽວກັບຢາເສບຕິດ ເພາະວ່າໃບຢັ້ງຢືນຜົນການພິສູດ-ວິໄຈຢາເສບຕິດຂອງພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ສະບັບເລກທີ 2024/ປອຊ ໄດ້ຢັ້ງຢືນວ່າ: ຢາບ້າຈໍານວນດັ່ງກ່າວ 60 ເມັດ ແມ່ນບັນຈຸສານເສບຕິດໃນໝວດ Methanphetamine (ຢາບ້າ+) ແລະ ຈາກໃບຢັ້ງຢືນຝິ່ນດັ່ງກ່າວແມ່ນບັນຈຸສານເສບຕິດໃນໝວດ Oplum (ຝິ່ນ+) ເພາະຢາເສບຕິດເປັນສິ່ງທີ່ກົດໝາຍເກືອດຫ້າມແຕ່ຈໍາເລີຍ ກໍຍັງມີເຈດຕະນາຊື້ຂາຍຢາບ້າ ແລະ ມີຢາຝິ່ນໄວ້ໃນຄອບຄອງ ໂດຍບໍ່ຖືກຕ້ອງຕາມກົດໝາຍ.