ເຜີຍແຜ່ຄູ່ມືປົກປ້ອງ-ຊ່ວຍເຫຼືອ ແລະ ສົ່ງຕໍ່ ຜູ້ເຄາະຮ້າຍຈາກການຄ້າມະນຸດ

0
1248

ໃນວັນທີ 18 ສິງຫາ 2020, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ກອງເລຂາ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ອົງການຢູນີເຊັບ ປະຈໍາ ສປປ ລາວ ຈັດກອງປະຊຸມເຜີຍແຜ່ຄູ່ມືປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ເປັນປະທານໂດຍ ທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງ ທັງເປັນ ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີຜູ້ຕາງໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ ພ້ອມດ້ວຍສະມາຊິກຈາກບັນດາກະຊວງ-ອົງການຂັ້ນສູນກາງ, ສະຖານທູດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ບັນດິດ ປະທຸມວັນ ກ່າວວ່າ:

ຄູ່ມືການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ສ້າງຂຶ້ນ ແລະ ຖືກຮັບຮອງຢ່າງເປັນທາງການ ໃນວັນທີ 8 ເມສາ 2020.

ໂດຍມີຈຸດປະສົງ ເພື່ອຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຂອງລັດ ກໍຄື ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ, ໂດຍສະເພາະແມ່ນ ການຜັນຂະຫຍາຍກົດໝາຍ ວ່າດ້ວຍ ການຕ້ານການຄ້າມະນຸດ ໝວດທີ 4: ການປົກປ້ອງຜູ້ຖືກເຄາະຮ້າຍ, ມາດຕາ 41 ການສົ່ງຕໍ່ຜູ້ຖືກເຄາະຮ້າຍ ແລະ ໝວດທີ 5: ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ເປັນອັນລະອຽດ ແນໃສ່ເຮັດໃຫ້ການປົກປ້ອງ, ຊ່ວຍເຫຼືອ ແລະ ສົ່ງຕໍ່ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ທັນການ ແລະ ມີປະສິດທິຜົນ ເນື່ອງຈາກການຄ້າມະນຸດເປັນອາດຊະຍາກໍາທີ່ມີການຈັດຕັ້ງ, ມີລັກສະນະຂ້າມຊາດ, ສາມາດເກີດຂຶ້ນ ແລະ ມີເຄືອຂ່າຍທັງພາຍໃນປະເທດ ແລະ ລະຫວ່າງປະເທດ ພ້ອມທັງມີຮູບແບບ ແລະ ວິທີການທີ່ສະຫຼັບຊັບຊ້ອນ.

ຄຽງຄູ່ກັນນີ້, ບັນດາຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງການນໍາສະເໜີກ່ຽວກັບ ເນື້ອໃນຄູ່ມືການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເພື່ອເປັນບ່ອນອີງທີ່ສໍາຄັນໃຫ້ແກ່ບັນດາຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ-ເອກະຊົນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໃຫ້ເປັນລະບົບ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ທັງຮັບປະກັນໃຫ້ຜູ້ຖືກເຄາະຮ້າຍໄດ້ຮັບການຊ່ວຍເຫຼືອ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍຕ່າງໆຂອງ ສປປ ລາວ.