ແຂວງຫຼວງນໍ້າທາ ເຜີຍແຜ່ວຽກງານຕ້ານການຟອກເງິນ

0
1307

ໃນວັນທີ 19 ສິງຫາ 2020, ແຂວງຫຼວງນ້ຳທາ ໄດ້ເຜີຍແຜ່ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ, ເປັນປະທານໂດຍ ທ່ານ ຄຳພັນ ບູນພາຄົມ ຮອງປະທານສານປະຊາຊົນສູງສຸດ ທັງເປັນ ຮອງປະທານຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ, ມີ ທ່ານ ໄຊພອນ ຄຸນສີລິເຮືອງ ປະທານສະພາປະຊາຊົນ ເຂດ 3, ມີຄະນະສານ, ພະນັກງານວິຊາການ ຈາກສານປະຊາຊົນຂັ້ນຕົ້ນ, ໄອຍະການປະຊາຊົນແຂວງ, ທະນາຄານແຫ່ງຊາດ ສາຂາແຂວງຫຼວງນ້ຳທາ, ຄະນະນໍາກໍາລັງ ປກຊ-ປກສ ເຂົ້າຮ່ວມ.

ກອງປະຊຸມໄດ້ໃຫ້ຮູ້ຜົນການປະເມີນຄວາມສ່ຽງລະດັບຊາດກ່ຽວກັບ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ (NRA); ດໍາລັດຂອງ ລັດຖະບານ ເລກທີ 127/ລບ, ລົງວັນທີ 20 ກຸມພາ 2020; ຄໍາແນະນຳຂອງ ກະຊວງປ້ອງກັນຄວາມສະຫງົບ ເລກທີ 2767/ປກສ, ລົງວັນທີ 16 ທັນວາ 2019 ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຕ້ານ, ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ; ຄຳສັ່ງແນະນຳຂອງ ຄະນະກຳມະການແຫ່ງຊາດ ເລກທີ 01/ຄຕຟງ, ລົງວັນທີ 8 ມັງກອນ 2020 ວ່າດ້ວຍ ການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ.

ກອງປະຊຸມຍັງໄດ້ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ເພື່ອພ້ອມກັນຕ້ານ, ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ຢູ່ໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກໍຄື ຢູ່ແຂວງຫຼວງນ້ຳທາ.

ຕອນທ້າຍ ທ່ານ ຄຳພັນ ບູນພາຄົມ ຍັງໄດ້ໂອ້ລົມ ແລະ ໃຫ້ທິດນຳ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງເປັນລະບົບ, ມີຫຼັກການ, ກົນໄກ, ມີຄວາມສະດວກວ່ອງໄວ, ທັນກັບສະພາບການ ແລະ ມີຄວາມເປັນເອກະພາບໃນທົ່ວປະເທດ.