ວັນທີ 22 ສິງຫາ 2020, ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ໄດ້ນຳພາພະ ນັກງານ ສ້າງຂະບວນການອອກແຮງງານລວມ ອະນາໄມຊວ້ານຂີ້ດິນ, ປັດກວາດຝຸ່ນ, ເກັບຂີ້ເຫຍື້ອໃຊ້ລົດສີດນ້ຳຕາມແຄມທາງເຂດປະຕູໄຊ ຫາ ທາດຫຼວງ ຖະໜົນ 23 ສິງຫາ ພ້ອມທັງລ່ວງຮ່ອງລະບາຍນ້ຳ ແຕ່ເສັ້ນທາງ 3 ແຍກສີໄຄ ຫາ ເສັ້ນສະໜາມບິນສາກົນວັດໄຕ ເພື່ອຮັບປະກັນໃຫ້ເສັ້ນທາງມີຄວາມສະອາດຈົບງາມ ແລະ ນ້ຳທີ່ຜ່ານຮ່ອງລະບາຍສາມາດໄຫຼສະດວກ.

ໃນນີ້, ໄດ້ສຸມໃສ່ອອກແຮງງານປັດກວາດຂີ້ຝຸ່ນ, ເກັບຂີ້ເຫຍື້ອອອກຈາກແຄມທາງຢູ່ຖະໜົນ 23 ສິງຫາ ແລະ ໄດ້ນຳໃຊ້ລົດໄປລ່ວງທໍ່ລະ ບາຍນໍ້າ, ຊວ້ານຂີ້ດິນ, ຂີ້ຕົມ, ຂີ້ເຫຍື້ອທີ່ຕິດຄ້າງຢູ່ ຮ່ອງລະບາຍນ້ຳຢູ່ຕາມເສັ້ນທາງເຂດວັດໄຕ ທີ່ມີຂີ້ເຫຍື້ອອຸດຕັນຫຼາຍ ແລະ ນໍ້າໄຫຼບໍ່ສະດວກ; ເຊິ່ງມີຜົນກະທົບຕໍ່ເຮືອນປະຊາຊົນຢູ່ເຂດບໍລິເວນນັ້ນ.

ໂອກາດນີ້, ຫົວໜ້າ ຄບຕ ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນ ທີ່ຢູ່ບໍລິເວນອ້ອມແອ້ມເສັ້ນທາງ ຈົ່ງຮ່ວມມື, ຮ່ວມແຮງ, ຮ່ວມໃຈກັນສ້າງຂະບວນ ການອະນາໄມ ລ່ວງຮ່ອງລະບາຍນ້ໍາຊ່ວຍກັນ, ບໍ່ໃຫ້ໃຫ້ຖິ້ມຂີ້ເຫຍື້ອ, ເສດອາຫານຕ່າງໆ ລົງຮ່ອງລະບາຍນ້ຳ ທີ່ເປັນໜຶ່ງໃນສາເຫດເຮັດໃຫ້ ນ້ຳໄຫຼບໍ່ສະດວກ ຝົນຕົກໜ້ອຍດຽວນໍ້າກໍຖ້ວມຫົນທາງ; ສະນັ້ນ, ພວກເຮົາຕ້ອງຖິ້ມໃຫ້ເປັນລະບຽບ ເພື່ອໃຫ້ລົດເກັບຂີ້ເຫຍື້ອມາເອົາໄປກຳຈັດຖິ້ມໃຫ້ຖືກວິທີ.

ສຳເລັດຈາກຈຸດນີ້ແລ້ວ, ທາງ ຄບຕ ຍັງຈະສືບຕໍ່ໄປຈຸດທີ່ມີຄວາມສ່ຽງມີບັນຫານໍ້າຖ້ວມຫົນທາງ, ສຸມໃສ່ແກ້ໄຂບັນຫາດັ່ງກ່າວ ເຮັດໃຫ້ນ້ຳໄຫຼສະດວກໃນໄລຍະລະດູຝົນ ແນໃສ່ຮັບປະກັນໃຫ້ນະຄອນຫຼວງວຽງຈັນ ມີຄວາມສະອາດຈົບງາມ ຖະໜົນຫົນທາງບໍ່ໃຫ້ນ້ຳຖ້ວມຫົນທາງເຮືອນຊານບ້ານຊ່ອງຂອງພໍ່-ແມ່ປະຊາຊົນລຽບຕາມແຄມທາງ.