ວິທະຍາຄານສັນຕິບານປະຊາຊົນ ປະກາດການຈັດຕັ້ງ

0
1839

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ຈັດພິທີປະກາດການຈັດຕັ້ງຂຶ້ນໃນວັນທີ 24 ສິງຫາ 2020 ເປັນປະທານ ໂດຍ ພັອ ພູວັນ ນາຊຽງຄຳ ຮອງຫົວໜ້າອຳນວຍການ ວສປ, ມີບັນດາຄະນະພັກ-ຄະນະບັນຊາ, ຫ້ອງ, ຄະນະວິຊາ ແລະ ພະນັກງານ-ນັກຮົບທົ່ວ ວສປ ເຂົ້າຮ່ວມ.

ໃນພິທີ, ພັອ ປອ ສີພອນ ພັນທະວົງ ຫົວໜ້າຫ້ອງການເມືອງ ວສປ ຂຶ້ນຜ່ານຂໍຕົກລົງ ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ວສປ ສະບັບເລກທີ 2701/ກມປສ, ລົງວັນທີ 5 ສິງຫາ 2020 ກົມໃຫຍ່ການເມືອງ ປກສ ຕົກລົງແຕ່ງຕັ້ງ:

  • ພັທ ເຫວີຍສຸກ ພົມມະຈັນ ເປັນ ຫົວໜ້າຫ້ອງການວິທະຍາຄານ, ພັທ ບຸນເພັງ ຈັນທະລືໄຊ ແລະ ພັທ ຄໍາເພັດ ບົວສານຸວົງ ເປັນ ຮອງ
  • ພັທ ເຕື່ອຍ ໄຊທິລາດ ແລະ ພັທ ພອນສະໜິດ ພົມມະວົງສາ ເປັນ ຮອງຫົວໜ້າຫ້ອງການເມືອງ
  • ພັທ ສູນທອນ ສໍມະນີແສງ ເປັນ ຫົວໜ້າຫ້ອງພະລາທິການ, ພັທ ສອນແກ້ວ ຈຽງສະຫວ່າງ ແລະ ພັຕ ສອນທອງ ດາລາແສນ ເປັນ ຮອງ
  • ພັທ ປອ ສຸລິຍົງ ຈັນທະມານ ເປັນ ຫົວໜ້າຫ້ອງຄຸ້ມຄອງວິທະຍາສາດ
  • ພັທ ສົມໄຊ ແກ້ວປະເສີດ ເປັນ ຫົວໜ້າຫ້ອງຄຸ້ມຄອງນັກສຶກສາ ແລະ ພັທ ວິກອນຄໍາ ເທບວິໄລວົງ ເປັນ ຮອງ
  • ພັທ ຄໍາແພງ ໄຊສົມບູນ ແລະ ພັທ ສີສົມພອນ ທາວົງ ເປັນ ຮອງຫົວໜ້າສູນຂໍ້ມູນຂ່າວສານການສຶກສາ
  • ພັທ ວຽງຄໍາ ພົງສະຫວັນ ເປັນຫົວໜ້າຄະນະວິຊາການເມືອງ-ຈິດຕະ
  • ພັທ ຄຳໄພ ແສງພະອາທິດ ເປັນຫົວໜ້າຄະນະວິຊານິຕິວິທະຍາ
  • ພັທ ນາງ ສົມສີ ບຸດດີ ເປັນຮອງຫົວໜ້າຄະນະວິຊາກົດໝາຍ
  • ພັທ ວົງວິໄລ ສົງສະຫວັນ ເປັນຮອງຫົວໜ້າຄະນະວິຊາພາສາສາດ
  • ພັທ ປຣະສິດ ໄຊຍະເດດ ເປັນຫົວໜ້າຄະນະວິຊາ 813 ແລະ ພັທ ຄໍາພອນ ຄໍາເພັງໄຊ ເປັນ ຮອງ
  • ພັທ ນີໂກ ສີໄພລ້ຳ ເປັນ ຮອງຫົວໜ້າຄະນະວິຊາ 814
  • ພັທ ທອງຄູນ ສີຟອງດາ ເປັນຮອງຫົວໜ້າຄະນະວິຊາປ້ອງກັນພາຍໃນ

ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ; ພ້ອມດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຫົວໜ້າ-ຮອງພະແນກ, ພາກວິຊາ ທີ່ຂຶ້ນກັບ ຫ້ອງ ແລະ ຄະນະວິຊາ.

ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນ ໃຫ້ນາຍຕໍາຫຼວດ ວສປ ສະບັບເລກທີ 1460/ປກສ, ລົງວັນທີ 30 ກໍລະກົດ 2020 ໂດຍລັດຖະມົນຕີກະຊວງ ປກສ ຕົກລົງຍົກຂັ້ນເງິນເດືອນ ພັທ ຂຶ້ນກິນເງິນຊັ້ນ ພັອ ຈໍານວນ 6 ສະຫາຍ.