ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ໜ່ວຍພັກ ອົງການກວດສອບປະຈໍາພາກກາງ ອົງການກວດສອບແຫ່ງລັດ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ 2020 ໂດຍການເປັນປະທານຂອງ ສະຫາຍ ຄໍາມອນ ບົວພັນ ຜູ້ວ່າການເລຂາໜ່ວຍພັກ ອົງການກວດສອບປະຈໍາພາກກາງ, ມີ ສະຫາຍ ອະນຸພາບ ຕຸລາລົມ ກຳມະການສູນກາງພັກ ຮອງເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ແຂກຮັບເຊີນ ແລະ ພະນັກງານສະມາຊິກພັກສົມບູນ ເຂົ້າຮ່ວມ.

ສະຫາຍ ຄໍາມອນ ບົວພັນ ໄດ້ຂຶ້ນຜ່ານບົດລາຍງານການເມືອງຂອງໜ່ວຍພັກ ໂດຍຍົກໃຫ້ເຫັນວ່າ:

ໜ່ວຍພັກໄດ້ຖືເອົາວຽກງານກວດກາເປັນວຽກສໍາຄັນ, ກວດກາການປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດ, ຂອງສະມາຊິກພັກ-ພະນັກງານລັດຖະກອນ ຢ່າງເປັນປົກກະຕິຕໍ່ເນື່ອງ, ປະສານສົມທົບຢ່າງກົມກຽວລະຫວ່າງກວດກາພັກ, ກວດກາລັດກວດກາຕາມສາຍຕັ້ງ-ສາຍຂວາງ, ນຳພາການກວດກາຕີລາຄາສະມາຊິກພັກ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບ ການດຳເນີນຊີວິດການເມືອງ, ຈັດແບ່ງປະເພດໜ່ວຍພັກ, ສະມາຊິກພັກຕາມກົດລະບຽບຂອງພັກ, ກວດກາການປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງ ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງເຂັ້ມງວດ.

ຄະນະໜ່ວຍພັກຮາກຖານ ອົງການກວດສອບປະຈຳພາກກາງ ຍາມໃດກໍໄດ້ເອົາໃຈໃສ່ນຳພາຄຸ້ມຄອງດ້ານລາຍຮັບ-ລາຍຈ່າຍງົບປະມານ, ການນຳໃຊ້ພາຫະນະ ແລະ ອຸປະກອນຮັບໃຊ້ຕ່າງໆ ໂດຍພື້ນຖານຖືກຕ້ອງຕາມລະບຽບຫຼັກການ, ຮັບປະກັນເຮັດສຳເລັດໜ້າທີ່ວຽກງານ ແລະ ຄວາມໂປ່ງໃສຂອງພະນັກງານ ນັບແຕ່ປີ 2015 ຈົນເຖິງປັດຈຸບັນ ໄດ້ຮັບສະໜັບສະໜູນດ້ານງົບປະມານຈາກພັກ-ລັດ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ເຊັ່ນ:

ວຽກງານກວດສອບ ທັງໝົດ 5.017.282.000 ກີບ ປະກອບມີ: ເງິນດັດສົມສົ່ງເສີມ ຈຳນວນ 341.902.000 ກີບ, ເງິນບໍລິຫານ ຈຳນວນ 2.167.680.000 ກີບ, ປະຕິບັດລາຍຈ່າຍ ຈຳນວນ 2.509.510.000, ມີຍອດເຫຼືອ ຈຳນວນ 20.022.248 ກີບ, ໄດ້ສະສາງມອບເຂົ້າງົບປະມານແຫ່ງລັດຄືນ 1.225.000 ກີບ, ຈ່າຍບໍລິຫານວຽກງານຂອງພັກ ຈຳນວນ 541.000 ກີບ, ປັດຈຸບັນຍັງເຫຼືອ 2.031.000 ກີບ, ເງິນສະຕິພັກໄດ້ທັງໝົດ 3.827.000 ກີບ, ມອບໃຫ້ຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ຈໍານວນ 1.225.000, ຈ່າຍບໍລິຫານວຽກງານຂອງພັກ ຈໍານວນ 541.000 ກີບ, ປັດຈຸບັນຍັງເຫຼືອ 2.031.000 ກີບ.

ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຊຸດໃໝ່ ໂດຍເລືອກເອົາ ສະຫາຍ ຄໍາມອນ ບົວພັນ ເປັນ ເລຂາໜ່ວຍພັກ; ສະຫາຍ ວົງພະກອນ ໄຊສິດທິເດຊໍ ເປັນ ຮອງເລຂາ ທັງເປັນ ປະທານກວດກາ ແລະ ສະຫາຍ ນາງ ວິໄຊ ສຣິດທິລາດ ເປັນ ຄະນະ ເພື່ອສືບຕໍ່ສູ້ຊົນສ້າງ ສະມາຊິກພັກ ແລະ ໜ່ວຍພັກກາຍເປັນໜ່ວຍພັກປອດໃສ , ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ 9.5 ຄະແນນ ກວມເອົາ 100% ຂຶ້ນໄປ ບໍ່ມີສະມາຊິກອ່ອນ ແລະ ເສຍທາດ; ສຸມໃສ່ສ້າງ ແລະ ພັດທະນາພະນັກງານ-ລັດຖະກອນ, ນັກກວດສອບໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້-ຄວາມສາມາດດ້ານວິຊາສະເພາະ, ຫັນເປັນມືອາຊີບ, ພຽງພໍ ແລະ ສົມສ່ວນທັງ 3 ດ້ານ (1) ດ້ານປະລິມານ, (2) ດ້ານວິຊາສະເພາະ ແລະ (3) ຂັ້ນນັກກວດສອບ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານກວດສອບ ສຳເລັດໜ້າທີ່ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.