ເຄິ່ງປີ 2020, ເຈົ້າໜ້າກອງບັນຊາການ ປກສ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດຕັ້ງວຽກງານວິຊາສະເພາະຢ່າງຕັ້ງໜ້າ ແລະ ເຂັ້ມງວດ ຕາມທີ່ໄດ້ ຮັບການມອບໝາຍ; ໃນນັ້ນ, ສາມາດມ້າງແກ້ໄຂຄະດີທີ່ເກີດຂຶ້ນໄດ້ 40 ກວ່າເລື່ອງ ກັກຕົວຜູ້ຫາໄດ້ 24 ຄົນ; ເດັ່ນກວ່າໝູ່ແມ່ນຄະດີຢາເສບຕິດ ແລະ ອຸບັດຕິເຫດ.

ພັທ ຈອນ ອຸດຕະຍັນ ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ ໃຫ້ຮູ້ວ່າ: ໄລຍະ 6 ເດືອນຕົ້ນປີຜ່ານມາ, ສາມາດແກ້ໄຂ ແລະ ມ້າງລາຍຄະດີໄດ້ 41 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 24 ຄົນ ຍິງ 2 ຄົນ. ໃນນີ້, ຄະດີອຸບັດຕິເຫດເກີດຂຶ້ນ 18 ຄັ້ງ, ພາຫະນະເປ່ເພທັງໝົດ 31 ຄັນ; ຄົນໄດ້ຮັບບາດເຈັບທັງໝົດ 67 ຄົນ ຍິງ 41 ຄົນ ແລະ ເສຍຊິວິດ 12 ຄົນ ຍິງ 6 ຄົນ, ຄະດີຢາເສບຕິດຈໍານວນ 17 ເລື່ອງ, ຜູ້ຖືກຫາ 12 ຄົນ ຍິງ 2 ຄົນ, ຂອງກາງມີ ຢາບ້າ 1.163 ເມັດ, ຢາຝິ່ນ 1 ກັບນ້ອຍ, ກັນຊາ 15 ເປົາ ນໍ້າໜັກ 278 ກິໂລກຼາມ, ລູກປືນແຕ່ງລູກຕະປູ 84 ລູກ, ປືນ ແກັບ 1 ກະບອກ, ຈັກສະຕິນ 1 ເຄື່ອງ; ຄະດີອາຍາ 15 ເລື່ອງ ຜູ້ຖືກຫາ 12 ຄົນ, ຂອງກາງມີລົດຈັກ 1 ຄັນ, ປືນແກັບ 41 ກະບອກ, ປືນຍິງລູກຕະປູ 7 ກະບອກ ແລະ ຄະດີເສດຖະກິດເກີດຂຶ້ນ 9 ເລື່ອງ ຂອງກາງມີ ໄມ້ແປຮູບ 88 ຕັບ, ບໍລິມາດ 7.219 ແມັດກ້ອນ ແລະ ເຄືອແຮ້ມ 10.475 ກິໂລກຼາມ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນ ທີ 17 ສິງຫາ 2020, ໂດຍການເຂົ້າຮ່ວມຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງໆວຽງທອງ ແລະ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຮາກຖານພັກອ້ອມຂ້າງ, ເລຂາ, ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ນັກຮົບ ເຂົ້າຮ່ວມ.