ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງຈໍາປາສັກ ໄດ້ລົງເນັ້ນໜັກວຽກງານສະກັດກັ້ນອັກຄີໄພ ແລະ ວິທີມອດໄຟໃຫ້ພະນັກງານບໍລິສັດນ້ຳມັນເຊື້ອໄຟພີທີທີ ເມືອງບາຈຽງຈະເລີນສຸກ, ນໍາພາໂດຍ ພັທ ກອງຂັນ ພອນຈະເລີນ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ພ້ອມຄະນະ, ມີທ່ານ ບຸນມີ ເທບພະບູລີ ຫົວໜ້າໜ່ວຍງານ ເຊັບຕີ້ ຂອງບໍລິສັດດັ່ງກ່າວ ພ້ອມພະນັກງານວິຊາການເຂົ້າຮ່ວມ.

ພັຕ ສຸດໃຈ ສາຍພວງເພັດ ຫົວໜ້າກອງໂຄສະນາພະແນກສະກັດກັ້ນ ແລະ ຕ້ານອັກຄີໄພຫ້ອງຕຳຫຼວດ ປກສ ແຂວງ ໃຫ້ຮູ້ວ່າ: ການລົງຝຶກອົບຮົມກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄືໄພ ໃຫ້ບໍລິສັດໃນຄັ້ງນີ້ ກໍເພື່ອເປັນການເນັ້ນຄືນໃນການຈັດຕັ້ງປະຕິບັດ, ແນໃສ່- ຮັບປະກັນຄວາມປອດໄພທັງຜູ້ໃຫ້ບໍລິການ ແລະ ໃຊ້ບໍລິການ ເນື່ອງຈາກວ່າ ປັດຈຸບັນອັກຄີໄພເກີດຂຶ້ນໄດ້ທຸກເມື່ອ-ທຸກເວລາ ແລະ ມັນຍັງໄດ້ສ້າງຄວາມເສຍຫາຍທັງດ້ານຊີວິດ, ຊັບສິນຂອງຜູ້ທີ່ຖືກເຄາະຮ້າຍ. ສະນັ້ນ, ເພື່ອເປັນການ ປ້ອງກັນບໍ່ມີໃຫ້ອັກຄີໄພເກີດຂຶ້ນ ຈຶ່ງໄດ້ນໍາທິດສະດີອະທິບາຍພື້ນຖານກ່ຽວກັບການນຳໃຊ້ເຄື່ອງອຸປະກອນມອດໄຟ, ການບຳລຸງຮັກສາຕ້ອງມີການກວດກາ ສະພາບຂອງບັ້ງມອດໄຟ ແລະ ວິທີການໃຊ້ບັ້ງມອດໄຟແຕ່ລະປະເພດເປັນຕົ້ນ ແມ່ນ: ການດັບມອດໄຟ ພ້ອມນັ້ນຍັງໄດ້ສາທິດວິທີການມອດໄຟຈາກຖັງແກັດດ້ວຍເຕັກນິກມືເປົ່າໃນເມື່ອເກີດມີຖັງແກັດຮົ່ວໄຫຼຈົນເກີດເປັນໄຟຂຶ້ນ, ເຊິ່ງມີ 3 ວິທີ ຄື: ດັບມອດໄດ້ດ້ວຍການເອົາມືອັດທໍ່ສົ່ງແກຼັດ, ດັບມອດດ້ວຍການພັບທໍ່ສົ່ງແກຼັດ, ດັບມອດດ້ວຍການຊິດທໍ່ສົ່ງແກັດອື່ນໆ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈເປັນຂັ້ນພື້ນຖານກ່ຽວກັບຂັ້ນຕອນ ແລະ ວິທີການຕ່າງໆໃນການມອດໄຟ ໃນກໍລະນີທີ່ມີອັກຄີໄພເກີດຂຶ້ນ ກໍຈະສາມາດດັບມອດໄດ້ຢ່າງທັນການ.

ໃນຕອນທ້າຍ, ພັທ ກອງຂັນ ພອນຈະເລີນ ພ້ອມຄະນະກໍໄດ້ມອບໃບຢັ້ງ ຢືນໃຫ້ບໍລິສັດ ແລະ ກ່າວຮັບໂດຍ ທ່ານ ບຸນມີເທບພະບູລີ.