ໃນວັນທີ 20 ສິງຫາ ທີ່ຜ່ານມານີ້, ຢູ່ທີ່ສະໂມສອນວິທະຍາຄານ ກົມມະດໍາ ໄດ້ຈັດພິທີຕ້ອນຮັບນັກຮຽນ-ນັກສຶກສາໃໝ່ ສົກຮຽນ 2020 – 2021.

ພິທີຕ້ອນຮັບນັກຮຽນ-ນັກສຶກສາໃໝ່ນີ້ ເຂົ້າຮ່ວມໂດຍຄະນະອະນຸກໍາມະການຮັບຜິດຊອບນັກຮຽນ ໂດຍອີງຂໍ້ຕົກລົງຂອງອໍານວຍການ ວິທະຍາຄານກົມມະດໍາ ທີ່ແຕ່ງຕັ້ງຄະນະຮັບຕ້ອນນັກຮຽນທີ່ຈະເຂົ້າມາຮຽນຢູ່ວິທະຍາຄານ ແລະ ອີງຕາມແຈ້ງການຂອງກົມໂຮງຮຽນກົມໃຫ່ຍເສນາທິການກອງທັບ ສະບັບເລກທີ່ 213/ກຮຮ ລົງວັນທີ 5 ເມສາ 2007 ວ່າດ້ວຍເປົ້າຫມາຍເຂົ້າຮຽນແຜນການແບ່ງປັນ ຕົວເລກເຂົ້າຮຽນກໍ່ສ້າງບຸກຄະລາກອນກໍ່ສ້າງບໍາລຸງ-ພະນັກງານ – ນັກຮົບ ຢູ່ບັນດາວິທະຍາຄານ ທີ່ມາຈາກກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ຂອງກະຊວງປ້ອງກັນປະ ເທດ ສົກຮຽນ 2020–2011.

ໃນໂອກາດນີ້, ອໍານວຍການ ວິທະຍາຄານ ຕົກລົງແຕ່ງຕັ້ງຄະນະຊີ້ນໍາລວມ, ແຕ່ງຕັ້ງຄະນະຮັບຕ້ອນກວດກາຂໍ້ມູມເອກະສານ, ແຕ່ງຕັ້ງໜ່ວຍວຍງານກວດກາປະຫວັດຂອງບຸກຄົນ, ແຕ່ງຕັ້ງໜ່ວຍງານກວດກາສຸຂະພາບ ແລະ ໜ່ວຍງານໂຄສະນາ, ທັງນີ້ກໍເພື່ອແນໃສ່ການເຮັດວຽກ ຂອງຄະນະອະນຸກໍາມະການຮັບຜິດຊອບ ເພື່ອກວດກາເປົ້າໝາຍຂອງນັກຮຽນກໍ່ສ້າງບໍາລຸງ-ພະນັກງານ-ນັກຮົບ ທີ່ຈະມາເຂົ້າສຶກສາຮ່ຳຮຽນຢູ່ວິທະຍາຄານ ເພື່ອກໍ່ສ້າງຝຶກຝົນເປັນນາຍທະຫານໃຫ້ຖືກຕາມເງື່ອນໄຂມາດຖານຂອງກົມໂຮງຮຽນກົມໃຫ່ຍເສນາທິການກອງທັບວາງອອກ ໃຫ້ໄດ້ຕາມມາດຕະຖານເງື່ອນໄຂທີ່ຂັ້ນເທິງກໍານົດໄວ້.

ຂຽນໂດຍ: ວັນນະເລດ ລໍວັນໄຊ

ພາບ: ນ.ດວງມາລາ ວັນທານຸວົງ