ຂີ່ລົດຈັກຊ້ອນກັນ 5 ຄົນ ຖືກຕໍາເສຍຊີວິດຄາທີ່ 4 ຄົນ

0
722

ລົດຈັກຊ້ອນກັນ 5 ຄົນ ໄດ້ເກີດອຸບັດຕິເຫດຕໍາກັນກັບລົດດາມ ຢູ່ເສັ້ນທາງໂຮ່ຈິມິນ ເມືອງນອງ ແຂວງສະຫວັນນະເຂດ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ 4 ຄົນ. ໃນນີ້, ຜູ້ຂັບລົດດາມ ເສຍຊີວິດ 1 ຄົນ ລວມເສຍຊີວິດທັງໝົດ 5 ຄົນ.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ແຂວງສະຫວັນນເຂດ ໃຫ້ຮູ້ວ່າ:

ເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 10:30 ໂມງ ໃນວັນທີ 26 ກໍລະກົດ 2020 ລະຫວ່າງລົດດາມສີຂາວ ເລກທະບຽນ ບກ 7756 ກໍາແພງນະຄອນ ຂັບຂີ່ໂດຍ ທ້າວ ອຸດົມໄຊ ອາຍຸ 40 ປີ ບ້ານປະໂຕ໋ຍໃຫຍ່ ເມືອງນອງ ຂັບຂີ່ຕາມເສັ້ນທາງໂຮ່ຈິນມິນ ແຕ່ທິດເໜືອຫາທິດໃຕ້. ພໍມາຮອດທາງໂຄ້ງຄ້ອຍເຂດບ້ານນາລົງໃໝ່ ໄດ້ມາຕໍາກັບລົດຈັກທີ່ສວນທາງມາ ຂັບຂີ່ໂດຍ ທ້າວ ບຸນທໍາ ອາຍຸ 27 ປີ ຢູ່ບ້ານນາລົງໃໝ່ ເມືອງນອງ ມີຜູ້ຂັບຂີ່ລົດຈັກລວມ 5 ຄົນ.

ອຸບັດຕິເຫດຄັ້ງນີ້, ເຮັດໃຫ້ລົດທັງສອງຄັນຫຼຸດໂຄ້ງຕົກຢູ່ແຄມທາງ ເສຍຫາຍຈົນໃຊ້ການບໍ່ໄດ້ ແລະ ເຮັດໃຫ້ຜູ້ເສຍຊີວິດ 5 ຄົນ. ໃນນີ້, ມີ ທ້າວ ອຸດົມໄຊ, ທ້າວ ບຸນທໍາ, ນາງ ເຊ ອາຍຸ 6 ປີ, ທ້າວ ເຕ ອາຍຸ 3 ປີ ຢູ່ບ້ານນາລົງໃໝ່ ແລະ ທ້າວ ອາເບິ 5 ປີ ຢູ່ບ້ານແສນເກາະ ເສຍຊີວິດຄາທີ່. ສ່ວນ ນາງ ອາເລີ້້ຍ ອາຍຸ 35 ປີ ຢູ່ບ້ານແສນເກາະ ບາດເຈັບສາຫັດ.

ຜ່ານການຊັນນະສູດສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ ແມ່ນເກີດຈາກການຂັບຂີ່ລົດໃຫຍ່ດ້ວຍຄວາມໄວ. ຢ່າງໃດກໍຕາມ, ຍັງພົບວ່າ ຜູ້ຂັບທັງສອງບໍ່ມີໃບຂັບຂີ່ ແລະ ລົດຈັກຍັງຊ້ອນ 5 ຄົນ, ສໍາລັບຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນດໍາເນີນຄະດີ.